ລັດຖະມົນຕີພະລັງງານ,ສິ່ງແວດລ້ອມ G20 ເລີ່ມດຳເນີນກອງປະຊຸມຢູ່ຍີ່ປຸ່ນ

(VOVWORLD) -ວັນທີ 15 ມິຖຸນາ, ບັນດາລັດຖະມົນຕີພະລັງງານ ແລະ ສິ່ງແວດລ້ອມຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ໄດ້ດຳເນີນກອງປະຊຸມຢູ່ແຂວງ Nagano, ປະເທດຍີ່ປຸ່ນ.

ລັດຖະມົນຕີພະລັງງານ,ສິ່ງແວດລ້ອມ G20 ເລີ່ມດຳເນີນກອງປະຊຸມຢູ່ຍີ່ປຸ່ນ - ảnh 1ເລີ່ມດຳເນີນກອງປະຊຸມ G20 ຢູ່ຍີ່ປຸ່ນ

(ພາບ: TTXVN)

ນີ້ແມ່ນຄັ້ງທຳອິດທີ່ G20 ຈັດກອງປະຊຸມໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຂອງ 2 ກະຊວງພະລັງງານ ແລະ ສິ່ງແວດລ້ອມ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ Hiroshige Seko, ລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ, ຢືນຢັນວ່າ, ຍີ່ປຸ່ນ ສະໜັບສະໜູນຢ່າງແຮງບັນດາເຕັກໂນໂລຊີຫຼັກແຫຼ່ງຄື hydrogen, ພິເສດແມ່ນເຕັກໂນໂລຊີນຳໃຊ້ carbon ຄືນໃໝ່, ພ້ອມທັງສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມືກັບບັນດາພື້ນຖານເສດຖະກິດສະມາຊິກ G20 ໃນຂົງເຂດດັ່ງກ່າວ.

        ຍີ່ປຸ່ນ ຈະສະເໜີສ້າງຕັ້ງຂອບເຂດສາກົນໃໝ່ເພື່ອແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມເພື່ອຫຼຸດຜ່ອນການຖີ້ມຂີ້ເຫຍື້ອຢາງພຣາດສະຕິກລົງທະເລ, ກໍຄືປຶກສາຫາລືການໜູນຊ່ວຍດ້ານເຕັກນິກໃຫ້ບັນດາປະເທດພວມພັດທະນາຫຼຸດຜ່ອນຂີ້ເຫຍື້ອຢາງພຣາດສະຕິກ.

ຕອບກັບ

ຂ່າວ/ບົດ​ອື່ນ