ລັດເຊຍ ຍົກອອກທັດສະນະກ່ຽວກັບເງື່ອນໄຂຫັນການພົວພັນ ລັດເຊຍ - ອາເມລິກາ ເປັນປົກກະຕິ
(VOVWORLD) - ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ພວມປ່ຽນແປງໂຄງສ້າງນະໂຍບາຍການຕ່າງປະເທດຢ່າງວ່ອງໄວ ແລະ ມີຫຼາຍຈຸດໃນການກຳນົດທິດນີ້ແມ່ນຄືກັນກັບທັດສະນະຂອງ ມົດສະກູ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump
(ພາບປະກອບ: AA/TTXVN)
|
ທີ່ການຕອບສຳພາດໃນລາຍການ “Moscow.Kremlin. Putin” ໃນວັນທີ 02 ມີນາ, ທ່ານ Dmitry Peskov ໂຄສົກວັງ Kremlin ເນັ້ນໜັກວ່າ, ເຖິງວ່າການພົວພັນ 2 ຝ່າຍ ລັດເຊຍ - ອາເມລິກາ ຖືກເສຍຫາຍຢ່າງຮ້າຍແຮງກໍ່ຕາມ, ແຕ່ວິວັດການຟື້ນຟູອາດຈະເດີນໄປຢ່າງວ່ອງໄວ ຖ້າຫາກວ່າທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ຮັກສາເຈດຈຳນົງດ້ານການເມືອງຢ່າງເຂັ້ມແຂງ.
ຕາມທ່ານ Dmitry Peskov ແລ້ວ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ພວມປ່ຽນແປງໂຄງສ້າງນະໂຍບາຍການຕ່າງປະເທດຢ່າງວ່ອງໄວ ແລະ ມີຫຼາຍຈຸດໃນການກຳນົດທິດນີ້ແມ່ນຄືກັນກັບທັດສະນະຂອງ ມົດສະກູ. ທ່ານກໍ່ເນັ້ນໜັກວ່າ, ເລື່ອງຟື້ນຟູການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດແມ່ນຍັງຢູ່ໃນອະນາຄົດຍາວນານ. ຝ່າຍ ອາເມລິກາ ຖືວ່າ ກ່ອນອື່ນໝົດແມ່ນຕ້ອງແກ້ໄຂບັນຫາ ຢູແກຼນ, ຕໍ່ຈາກນັ້ນຈຶ່ງຄິດໄລ່ເຖິງການຮ່ວມມືດ້ານເສດຖະກິດຂອງ 2 ປະເທດ.