ຍົກເວັ້ນວີຊາເຂົ້າ ຫວຽດນາມ ໃຫ້ພົນລະເມືອງ 12 ປະເທດ

(VOVWORLD) - ນະໂຍບາຍຍົກເວັ້ນວີຊາດັ່ງກ່າວໄດ້ປະຕິບັດແຕ່ວັນທີ 15 ມີນາ 2025 ຮອດວັນທີ 14 ມີນາ 2028

        ລັດຖະບານ ຫວຽດນາມ ຫາກໍ່ປະກາດມະຕິກ່ຽວກັບການຍົກເວັ້ນວີຊາໃຫ້ພົນລະເມືອງບັນດາປະເທດ: ສ.ສະຫະພັນ ເຢຍລະມັນ, ສ.ຝລັ່ງ, ສ.ອີຕາລີ, ລາຊະອານາຈັກ ແອັດສະປາຍ, ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ສະຫະພັນ ລັດເຊຍ, ຍີ່ປຸ່ນ, ສ.ເກົາຫຼີ, ລາຊະອານາຈັກ ແດນມາກ, ລາຊະອານາຈັກ ຊູແອັດ, ວາຊະອານາຈັກ ນອກແວ ແລະ ສ.ແຟງລັງ. ມະຕິຊີ້ແຈ້ງວ່າ, ການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງ 12 ປະເທດດັ່ງກ່າວດ້ວຍເວລາພັກອາໄສ 45 ວັນ ນັບແຕ່ວັນເຂົ້າເມືອງ ຫວຽດນາມ, ບໍ່ຈຳແນກປະເພດປາດສະປໍ, ຈຸດປະສົງເຂົ້າເມືອງ, ບົນພື້ນຖານຕອບສະໜອງຢ່າງຄົບຖ້ວນບັນດາເງື່ອນໄຂເຂົ້າເມືອງຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ. ນະໂຍບາຍຍົກເວັ້ນວີຊາດັ່ງກ່າວໄດ້ປະຕິບັດແຕ່ວັນທີ 15 ມີນາ 2025 ຮອດວັນທີ 14 ມີນາ 2028 ແລະ ຈະໄດ້ພິຈາລະນາຕໍ່ກຳນົດເວລາຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ