(VOVWORLD) - ງານແຂ່ງຂັນແລ່ນດັ່ງກ່າວເພື່ອປະກອບສ່ວນແຜ່ຂະຫຍາຍສານ “ຫັນເປັນສີຂຽວ - ອະນາຄົດສີຂຽວ” ດ້ວຍຄວາມປາດຖະໜາວ່າ ປະຊາຊົນໝົດທຸກຄົນ, ປະຊາຄົມ ແລະ ວິສາຫະກິດໃນທົ່ວປະເທດ ພ້ອມກັນຮ່ວມແຮງຮ່ວມໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
(ງານແຂ່ງຂັນແລ່ນຕອບສະໜອງ “ທົ່ວປວງຊົນປະຢັດພະລັງງານ ຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກປີ 2025”) |
ຕອນເຊົ້າວັນທີ 08 ມີນາ, ຢູ່ ຮ່າໂນ້ຍ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ຈັດພິທີປຸກລະດົມ “ທົ່ວປວງຊົນປະຢັດພະລັງງານ ຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກປີ 2025” ແລະ ງານແຂ່ງຂັນແລ່ນຕອບສະໜອງ “ທົ່ວປວງຊົນປະຢັດພະລັງງານ ຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກປີ 2025”.
ທີ່ພິທີປຸກລະດົມ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮ່ວາງລອງ ໃຫ້ຮູ້ວ່າ: ງານແຂ່ງຂັນແລ່ນດັ່ງກ່າວເພື່ອປະກອບສ່ວນແຜ່ຂະຫຍາຍສານ “ຫັນເປັນສີຂຽວ - ອະນາຄົດສີຂຽວ” ດ້ວຍຄວາມປາດຖະໜາວ່າ ປະຊາຊົນໝົດທຸກຄົນ, ປະຊາຄົມ ແລະ ວິສາຫະກິດໃນທົ່ວປະເທດ ພ້ອມກັນຮ່ວມແຮງຮ່ວມໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ປະຢັດພະລັງງານ, ມຸ່ງໄປເຖິງອະນາຄົດ Net Zero, ອະນາຄົດສີຂຽວ ແລະ ຍືນຍົງ:
“ລັດຖະບານ ຫວຽດນາມ ໄດ້ມີຄຳໝັ້ນສັນຍາວ່າ ປະຕິບັດການປ່ອຍອາຍພິດລົງ 0 ໃນປີ 2050 ທີ່ກອງປະຊຸມ COP 26, ແລະ ຫຼັງຈາກນັ້ນ, ຫວຽດນາມ ມີຫຼາຍລັດຖະນະໂຍບາຍສຳຄັນເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ເສັ້ນທາງ, ວິວັດການຫັນປ່ຽນພະລັງງານ. ສະນັ້ນ, ໃນຊຸມປີຜ່ານມາ ກະຊວງອຸດສາຫະກຳການຄ້າ ໄດ້ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ ຜັນຂະຫຍາຍຫຼາຍນະໂຍບາຍສຳຄັນໃນວິວັດການຫັນປ່ຽນພະລັງງານ ແລະ ພິເສດແມ່ນໃນການປະຢັດພະລັງງານ, ນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ”.
ນອກຈາກງານແຂ່ງຂັນແລ່ນດັ່ງກ່າວ, ຈຸດພົ້ນເດັ່ນ “ມອດໄຟໃນເວລາ 1 ຊົ່ວໂມງຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ” ຈະຈັດຂຶ້ນໃນເວລາ 20 ໂມງ 30 ນາທີຮອດເວລາ 21 ໂມງ 30 ນາທີ, ວັນທີ 22 ມີນາ.