(VOVWORLD) - ທ່ານນາຍົກລັດຖະມົນຕີສະເໜີໃຫ້ສະຫະພັນແມ່ຍິງ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດເປັນຜູ້ຕາງໜ້າຂອງແມ່ຍິງທຸກຂັ້ນ ໃນວຽກງານເປັນເສນາທິການບັນດານະໂຍບາຍໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງ ຫວຽດນາມ
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ) |
ຕອນເຊົ້າວັນທີ 08 ມີນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບນັກວິລະຊົນກຳລັງປະກອບອາວຸດປະຊາຊົນຍິງ, ວິລະຊົນແຮງງານຍິງ, ນາຍພົນຍິງ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີແຫ່ງວັນຈັດລາງວັນ Kovalevskaia ແລະ ມອບລາງວັນ Kovalevskaia ປີ 2024.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ອວຍພອນນັກວິທະຍາສາດຍິງ 2 ຄົນໄດ້ຮັບລາງວັນ Kovalevskaia ປີ 2024, ແມ່ນ: ທ່ານຮອງສາດສະດາຈານ, ປະລິນຍາເອກ, ນາງ ຫງວຽນມິງເຕີນ, ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ແລະ ທ່ານຮອງສາດສະດາຈານ, ປະລິນຍາເອກ, ນາງ ດັ້ງທິມິຢຸງ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການພັດທະນາຂອງແມ່ຍິງ ແລະ ວຽກງານແມ່ຍິງ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນທຸກດ້ານຂອງຊີວິດສັງຄົມ.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ສະຫະພັນແມ່ຍິງ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດເປັນຜູ້ຕາງໜ້າຂອງແມ່ຍິງທຸກຂັ້ນ ໃນວຽກງານເປັນເສນາທິການບັນດານະໂຍບາຍໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງ ຫວຽດນາມ ເວົ້າລວມ, ບັນດານັກຄົ້ນຄວ້າວິທະຍາສາດຍິງເວົ້າສະເພາະ ສືບຕໍ່ເສີມຂະຫຍາຍຄວາມເກັ່ງກ້າສາມາດ, ພູມປັນຍາ, ການອຸທິດສ່ວນເພື່ອຄວາມກ້າວໜ້າ ແລະ ການພັດທະນາຂອງແມ່ຍິງ.
“ພວກເຮົາປາດຖະໜາ ແລະ ເຊື່ອໝັ້ນວ່າ, ແມ່ຍິງ ຫວຽດນາມ ຈະນັບມື້ນັບຮັກສາ, ພັດທະນາມູນເຊື້ອ ພະນາງ ຈຶງ, ພະນາງ ຈ້ຽວ ໄວ້ຢ່າງໝັ້ນຄົງ, ສົມທົບກັບບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອປະຫວັດສາດທີ່ສະຫງ່າອົງອາດ ແລະ ໝູນໃຊ້ຢ່າງມີຫົວຄິດປະດິດຄິດສ້າງໃນເງື່ອນໄຂ ຫວຽດນາມ ແລະ ສະພາບການສາກົນໃນປະຈຸບັນ ເພື່ອໃຫ້ພວກເຮົາເສີມຂະຫຍາຍແຫຼ່ງກຳລັງຂອງແມ່ຍິງໃຫ້ເປັນຢ່າງດີທີ່ສຸດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ”.