ລັດເຊຍ, ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບບັນຫາ ສປປ.ເກົາຫຼີ

(VOVWORLD) - ທ່ານ Igor Morgulov ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ແລະ ທ່ານ Stephen Biegun ທູດພິເສດ ອາເມລິກາ ກ່ຽວກັບບັນຫາ ສປປ.ເກົາຫຼີ ໄດ້ມີການໂອ້ລົມທາງໂທລະສັບໃນວັນທີ 26 ພະຈິກ ກ່ຽວກັບແງ່ຫວັງ ແລະ ມາດຕະການແກ້ໄຂບັນຫາ ສປປ.ເກົາຫຼີ. ການໂອ້ລົມທາງໂທລະດັບໄດ້ດຳເນີນຕາມຂໍ້ລິເລີ່ມຂອງຝ່າຍ ອາເມລິກາ.
ລັດເຊຍ, ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບບັນຫາ ສປປ.ເກົາຫຼີ - ảnh 1 ທ່ານ Stephen Biegun ທູດພິເສດ ອາເມລິກາ ກ່ຽວກັບບັນຫາ ສປປ.ເກົາຫຼີ (ພາບ: Yonhap/TTXVN)

        2 ຝ່າຍໄດ້ຕີລາຄາສະພາບການໃນປັດຈຸບັນ ແລະ ແງ່ຫວັງຂອງວິວັດທະນາການແກ້ໄຂບັນດາບັນຫາຂອງແຫຼມ ເກົາຫຼີ ດ້ວຍທາງການທູດ ແລະ ການເມືອງ ທີ່ພວມໄດ້ຮັບການປຶກສາຫາລື, ເນັ້ນໜັກຄວາມສຳຄັນຂອງເລື່ອງສົມທົບບັນດາຄວາມມານະພະຍາຍາມຂອງບັນດາປະເທດທີ່ມີຄວາມສົນໃຈຕະຫລອດຮອດການຊຸກຍູ້ບາດກ້າວຄືບໜ້າດີໃນບັນຫາ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ