ລັດເຊຍຖະແຫຼງວ່າພ້ອມແລ້ວທີ່ຈະປະກອບກຳລັງເຫື່ອແຮງເພື່ອຟື້ນຟູອະທິປະໄຕຊີຣີ

(VOVWORLD) -ວັນທີ 24 ກັນຍາ, ວັງ Kremlin ໃຫ້ຮູ້ວ່າ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງຊີຣີ Bashar Al Assad.

ລັດເຊຍຖະແຫຼງວ່າພ້ອມແລ້ວທີ່ຈະປະກອບກຳລັງເຫື່ອແຮງເພື່ອຟື້ນຟູອະທິປະໄຕຊີຣີ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງຊີຣີ Bashar Al Assad

(ພາບປະກອບ: AFP/TTXVN)

ໃນການໂອ້ລົມທາງໂທລະສັບ, 2 ຝ່າຍພ້ອມແລ້ວທີ່ຈະປະຕິບັດບັນດາຄວາມມານະພະຍາຍາມລວມເພື່ອບັນລຸໄດ້ຄາດໝາຍສ້າງສະພາບການຢູ່ຊີຣີ ໃຫ້ມີຄວາມເປັນປົກກະຕິຢ່າງຍາວນານ, ຈາກນັ້ນຟື້ນຟູອະທິປະໄຕໃຫ້ຊີຣີ. ທ່ານປະທານາທິບໍດີ Vladimir Putin ໄດ້ແຈ້ງໃຫ້ຄູ່ຕຳແໜ່ງ Bashar Al Assad ຊາບກ່ຽວກັບບັນດາມາດຕະການໂຕ້ຕອບ ພາຍຫຼັງເຫດເຮືອບິນສູ້ຮົບ Il 20 ຂອງລັດເຊຍ ຖືກຍິງຕົກ. ທ່ານປະທານາທິບໍດີ Vladimir Putin ໄດ້ແຈ້ງກ່ຽວກັບການຜັນຂະຫຍາຍບັນດາມາດຕະການເພີ່ມເຕີ່ມເພື່ອຮັບປະກັບຄວາມປອດໄພໃຫ້ກອງທັບລັດເຊຍ ຢູ່ຊີຣີ, ໃນນັ້ນມີເລື່ອງສະໜອງລະບົບລູກສອນໄຟປ້ອງກັນອາກາດ S – 300 ທີ່ທັນສະໄໝໃຫ້ແກ່ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ