ລັດເຊຍພ້ອມແລ້ວທີ່ຈະເຈລະຈາ ກັບຝ່າຍຕ່າງໆຢູ່ຊີຣີ

ລັດເຊຍພ້ອມແລ້ວທີ່ຈະເຈລະຈາ ກັບຝ່າຍຕ່າງໆຢູ່ຊີຣີ - ảnh 1

(ພາບປະກອບ:xembaomoi.com)

(vovworld) - ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໃຫ້ຮູ້​ວ່າ:​ ມົດ​ສະ​ກູ​ ພ້ອມ​ແລ້ວ​ທີ່​ຈະເຈລະຈາ​ກັບ​ຝ່າຍ​ຕ່າງໆ​ຢູ້ຊີຣີ ​ແລະ ບໍ່​ສະໜັບສະໜູນ​ບໍ່​ວ່າ​ຝ່າຍ​ໃດ​ໃນ​ການ​ປະ​ທະ​ກັນ​ທີ່​ໄດ້​ແກ່ຍາວ​ເປັນ​ເວລາ 21 ​ເດືອນ​ຢູ່​ປະ​ເທດ​ຕາ​ເວັນ​ອອກກກາງ​ນີ້. ​ວັນ​ທີ 27/12, ໂຄສົກກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໃຫ້​ຮູ້​ວ່າ ລັດ​ເຊຍ ​ອາດ​ຈະ​ຕິດ​ຕໍ່​ພົວພັນ​ກັບ​ພັນທະ​ມິດ​ແຫ່ງ​ຊາດ​ຝ່າຍ​ຄ້ານ​ຢູ່​ຊີຣີ. ລັດ​ເຊຍ ​ບໍ່​ປະຕິ​ເສດ​ການ​ເຈລະຈາ​ດັ່ງກ່າວ ​ແລະ ພວມ​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ​ທີ່​ສຸດ​ກັບ​ທຸກໆ​ຝ່າຍ. ໂຄສົກກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ກໍ່​ຢືນຢັນ​ຄືນ​ໃໝ່​ທັດສະນະ​ຂອງ​ລັດ​ເຊຍ ​ທີ່​ວ່າ ການ​ປະ​ທະ​ກັນ​ດ້ວຍ​ກຳລັງປະກອບ​ອາວຸດ​ຢູ່​ຊີຣີ ບໍ່​ສາມາດ​ແກ້​ໄຂ​ດ້ວຍ​ບັນດາ​ມາດ​ຕະການດ້ານ​ການ​ທະຫານ​ໄດ້.

   ກ່ຽວ​ຂ້ອງ​ເຖິງ​ຊີຣີ ຍັງ​ມີ​ຂ່າວ​ໃຫ້​ຮູ້​ວ່າ: ​ໃນ​ຖະ​ແຫຼ​ງການ​ປະກາດ​ເມື່ອ​ວັນ​ທີ 27/12, ຝ່າຍ​ຄ້ານ​ຢູ່​ຊີຣີ ປະກາດ​ບໍ່ຮັບຮູ້ປະທານາທິບໍດີ Bashar al Assad ​ໃນ​ວິວັດ​ການ​ມອບ​ໂອນ​ດ້ານ​ການ​ເມືອງ. ​ໂຄສົກ​ຂອງພັນທະ​ມິດ​ແຫ່ງ​ຊາດ​ຝ່າຍ​ຄ້ານ​ຢູ່​ຊີຣີ ຊີ້​ແຈງ​ວ່າ: ກຳລັງ​ນີ້​ພຽງ​ແຕ່​ຈະ​ຮັບ​ຮູ້​ບັນດາ​ມາດ​ຕະການ​ດ້ານ​ການ​ເມືອງ​ ຂະນະ​ທີ່​ມາດ​ຕະການ​ນັ້ນ​ປັດ​ເຂ່ຍປະທານາທິບໍດີ Bashar al Assad ​ ​ແລະ ບັນດາ​ສະມາຊິກ​ໃນ​ຄອບຄົວ​ທ່ານ. ​ເງື່ອນ​ໄຂທຳ​ອິດ​ນັ້ນ​ແມ່ນ​ບຸກຄົນ​ເຫຼົ່ານັ້ນຕ້ອງ​ອອກ​ຈາກ​ຊີຣີ.

ຂ່າວ/ບົດ​ອື່ນ