(ກອງປະຊຸມສຳມະນາບົດຮຽນສື່ຂ່າວ
ໃນບັນດາເຫດການໃຫຍ່ສະຫງວນໃຫ້ນັກຂ່າວອາຊຽນ)
(vovworld) - ວັນທີ 23/11, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໄດ້ຈັດກອງປະຊຸມສຳມະນາບົດຮຽນສື່ຂ່າວຢູ່ບັນດາເຫດການໃຫຍ່ທີ່ສະຫງວນໃຫ້ນັກຂ່າວອາຊຽນ. ກອງປະຊຸມສຳມະນາໄດ້ຈັດຂຶ້ນໃນລະຫວ່າງວັນທີ 23 – 26/11, ໂດຍການເຂົ້າຮ່ວມຂອງນັກຂ່າວທີ່ມາຈາກບັນດາປະເທດອາຊຽນ ໄດ້ໂຄສະນາກ່ຽວກັບບັນດາງານບຸນວັດທະນະທຳໃຫຍ່ຂອງປະເທດຕົນ, ພ້ອມທັງແບ່ງປັນບົດຮຽນ ແລະ ທັກສະຂອງຕົວເອງເມື່ອປະຕິບັດງານຢູ່ບັນດາເຫດການນັ້ນ, ກໍຄືວິທີການ ແລະ ບັນດາສິ່ງທີ່ຕ້ອງຮູ້ເມື່ອເຮັດວຽກງານສື່ມວນຊົນຢູ່ປະເທດປະຈຳຖີ່ນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ສະຫວັນຄອນ ຣາຊມຸນຕຣີ ຢືນຢັນວ່າ, ນັກຂ່າວອາຊຽນ ມີບົດບາດສຳຄັນໃນການຊຸກຍູ້ການເຊື່ອມໂຍງອາຊຽນ, ສ້າງຄວາມສາມັກຄີ, ຊຸກຍູ້ອາຊຽນ ກ້າວໄປເຖິງຈຸດໝາຍລວມ. ກອງປະຊຸມສຳມະນາກໍແມ່ນໂອກາດເພື່ອໃຫ້ສື່ມວນຊົນເວົ້າສະເພາະ ກໍຄືປະຊາຊົນບັນດາປະເທດອາຊຽນ ເວົ້າລວມ ຊອກຮູ້, ເຊື່ອມໂຍງ, ໂດຍສະເພາະແມ່ນໃນຂົງເຂດວັດທະນະທຳ, ໃນສະພາວະທີ່ປະຊາຄົມອາຊຽນ ໃກ້ຈະໄດ້ຮັບການສ້າງຕັ້ງ.