ພາບປະກອບ
(ຈາກ: 3.bp.blogspot.com)
(vovworld) - ໃນລະຫວ່າງວັນທີ 10 – 12/4, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກເກື່ອງ ໄດ້ທຳການຢ້ຽມຢາມ ແລະ ເຮັດວຽກຄັ້ງຕ່າງໆຢູ່ ລັດ Kentucky ແລະ Ohio ໃນຂອບເຂດຄະນະຜູ້ແທນເອກອັກຄະລັດຖະທູດປະເທດຕ່າງໆ ພວມເຈລະຈາສັນຍາຄູ່ຮ່ວມມືຂ້າມ ປາຊີຟີກ (ຫຼື TPP) ໂດຍພັນທະພາບວິສາຫະກິດ ອາເມລິກາ ສະໜັບສະໜູນ TPP (U.S Business Coalition for TPP) ຈັດຕັ້ງຂຶ້ນ. ຄະນະໄດ້ມີການພົບປະຄັ້ງຕ່າງໆກັບການນຳ ແລະ ວິສາຫະກິດ 2 ລັດດັ່ງກ່າວເພື່ອພົບປະແລກປ່ຽນກ່ຽວກັບບັນດາໂອກາດຮ່ວມມືດຳເນີນທຸລະກິດ. ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນກວກເກື່ອງ ຢືນຢັນວ່າ: ຫວຽດນາມ ໃຫ້ບຸລິມະສິດ ແລະ ຕັດສິນໃຈພ້ອມກັບບັນດາສະມາຊິກຊຸກຍູ້ການເຈລະຈາສັນຍາ TPP, ຖືນີ້ແມ່ນບາດກ້າວທີ່ສຳຄັນເພື່ອຜັນຂະຫຍາຍແຜນນະໂຍບາຍສືບຕໍ່ປ່ຽນໃໝ່, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ຮອບດ້ານຂອງ ຫວຽດນາມ, ປະກອບສ່ວນຍູ້ໄວວິວັດການສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ຫັນປ່ຽນຮູບແບບການເຕີບໂຕຕາມທິດໝັ້ນຄົງ, ພ້ອມກັນນັ້ນກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ ໄປຍັງບັນດາປະເທດເຂົ້າຮ່ວມ TPP. ທ່ານເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ກໍ່ສະເໜີໃຫ້ບັນດາວິສາຫະກິດ ອາເມລິກາ ສືບຕໍ່ສະໜັບສະໜູນເພື່ອຮັບປະກັນໃຫ້ TPP ແມ່ນສັນຍາມີຄວາມສົມດູນ, ເອົາໃຈໃສ່ບັນດາສິດຜົນປະໂຫຍດ ຂອງບັນດາສະມາຊິກ.
ສ່ວນການນຳທ້ອງຖິ່ນ ແລະ ວິສາຫະກິດຂອງລັດ Kentucky ແລະ Ohio ສະແດງຄວາມຫວັງຢາກຊອກຫາກາລະໂອກາດຊຸກຍູ້ການພົວພັນເສດຖະກິດ - ການຄ້າ ກັບ ຫວຽດນາມ ຍິ່ງກ່ວາອີກ.