ວັນບຸນ“ຄອບຄົວອາຊຽນ”ຖືກຈັດຂຶ້ນຢູ່ອາກຊັງຕິນຢ່າງຟົດຟື້ນ
ວັນບຸນ“ຄອບຄົວອາຊຽນ”ຖືກຈັດຂຶ້ນຢູ່ອາກຊັງຕິນ
(ພາບ: Vietnam+)
(vovworld) – ວັນທີ 15/02, ສະຖານທູດບັນດາປະເທດອາຊຽນ ປະຈຳອາກຊັງຕິນ ໄດ້ຈັດວັນບຸນ “ຄອບຄົວອາຊຽນ” ປະຈຳປີ ຢູ່ສຳນັກງານສະຖານທູດໄທ ປະຈຳນະຄອນຫຼວງ Buenos Aires. ກ່າວຄຳເຫັນທີ່ພິທີ, ບັນດາເອກອັກຄະລັດຖະທູດ ໄດ້ຍ້ອງຍໍຜົນງານຕ່າງໆທີ່ອາຊຽນ ບັນລຸໄດ້ໃນປີ 2015, ພິເສດແມ່ນການສ້າງຕັ້ງປະຊາຄົມອາຊຽນ ແລະ ຖະແຫຼງການ ກົວລາລຳເປີ ກ່ຽວກັບວິໄສທັດປະຊາຄົມອາຊຽນ 2025. ບັນດາເອກອັກຄະລັດຖະທູດກໍຕີລາຄາສູງຄວາມສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດອາຊຽນ ເວົ້າລວມ, ກໍຄືການຮ່ວມມື, ແບ່ງປັນບົດຮຽນໃນວຽກງານ ລະຫວ່າງບັນດາອົງການຕ່າງໜ້າຢູ່ປະເທດຈຳຖິ່ນ. ໃນວັນບຸນ, ສະຖານທູດບັນດາປະເທດກໍໄດ້ແນະນຳເຍື່ອງອາຫານພື້ນເມືອງຕ່າງໆ, ຈັດຕັ້ງການລະຫຼີ້ນພື້ນເມືອງໃຫ້ແຕ່ລະເກນອາຍຸ. ວັນບຸນ “ຄອບຄົວອາຊຽນ” ແມ່ນການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ກິລາທີ່ມີປະໂຫຍດ, ເຊິ່ງບັນດາສະຖານທູດອາຊຽນ ປະຈຳນະຄອນຫຼວງ Buenos Aires ຈັດຕັ້ງໃນຫຼາຍປີມານີ້.