ການວາງສະແດງ ”ການປະກອບສ່ວນຂອງແມ່ຍິງພາກໃຕ້”
ພາບ:xaluan.com
|
(vovworld)- ວັນທີ 6/3 ຢູ່ ນະຄອນ ໂຮ່ຈິມີນ, ຫໍພິພິດທະພັນແມ່ຍິງ ພາກໃຕ້ ໄດ້ໄຂການວາງສະແດງຫົວເລື່ອງສະເພາະ“ການປະກອບສ່ວນຂອງແມ່ຍິງພາກໃຕ້ໃນວຽກງານການຕ່າງປະເທດຜ່ານການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ”. ດ້ວຍຮູບພາບ 80 ແຜ່ນ ແລະ ວັດຖຸພັນ 40 ຢ່າງ ພ້ອມກັບເອກະສານວິທະຍາສາດຫລາຍຢ່າງ ໄດ້ແນະນຳບັນດາຜົນງານຂອງແມ່ຍິງພາກໃຕ້ຫວຽດນາມໃນພາລະກິດປົດປ່ອຍຊາດ ແລະ ແນະນຳໃຫ້ຜູ້ຊົມ ພິເສດແມ່ນໄວຫນຸ່ມກ່ຽວກັບມູນເຊື້ອຕໍ່ສູ້ຂອງແມ່ຍິງພາກໃຕ້ໃນຂົງເຂດການຕ່າງປະເທດ. ທ່ານນາງ ຫງວຽນທິທຳ, ຫົວຫນ້າຫໍພິພິດທະພັນແມ່ຍິງ ພາກໃຕ້ ໃຫ້ຮູ້ວ່າ: ການວາງສະແດງໄດ້ຊ່ວຍໃຫ້ຜູ້ຊົມເຫັນໄດ້ຢ່າງຈະແຈ້ງກ່ຽວກັບຮູບພາບແມ່ຍິງຫວຽດນາມທີ່ອົງອາດກ້າແກ່ນໃນການຕໍ່ຕ້ານຕ້ານສັດຕູຜູ້ຮຸກຮານ.