ປະທານກອງປະຊຸມສຳມະນາ 2 ທ່ານ
|
(vovworld) – ຫວ່າງແລ້ວນີ້, ກົມອາຊຽນ, ກະຊວງການຕ່າງປະເທດ ລາວ ໄດ້ຈັດຕັ້ງກອງປະຊຸມສຳມະນາເພື່ອກະກຽມໃຫ້ ລາວ ເປັນປະທານ ອາຊຽນ ໃນປີ 2016. ທ່ານ ສະຫວັນຄອນ ຣາຊມຸນຕຣີ, ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ ລາວ, ປະທານສະມາຄົມນັກຂ່າວລາວ ແລະ ທ່ານ ອະລຸນແກ້ວ ກິຕິຄຸນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ລາວ, ປະທານເຈົ້າໜ້າທີ່ຂັ້ນສູງ ອາຊຽນ - ລາວ ເປັນປະທານກອງປະຊຸມສຳມະນາ ພ້ອມກັບນັກຂ່າວກ່ວາ 100 ຄົນທີ່ມາຈາກ 30 ອົງການສື່ມວນຊົນຂອງລາວເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້.
ກອງປະຊຸມສຳມະນາເພື່ອແນໃສ່ຍົກສູງສະຕິຄວາມຮູ້ຂອງສື່ມວນຊົນລາວ ກ່ຽວກັບ ອາຊຽນ, ພິຈາລະນາ, ປຶກສາຫາລື ແລະ ແລກປ່ຽນຄຳເຫັນຮັບປະກັນໃຫ້ວຽກງານໃຫ້ຂ່າວຢ່າງຊັດເຈນ, ທັນການ, ຖືກກັບເປົ້າໝາຍກໍ່ຄືສົ່ງເສີມສື່ມວນຊົນລາວ ຍູ້ແຮງວຽກງານໂຄສະນາກ່ຽວກັບ ອາຊຽນ.
ກອງປະຊຸມສຳມະນາກໍ່ມຸ່ງໄປເຖິງປະຊາຊົນລາວ, ພະນັກງານ, ນັກຮົບ, ຕຳຫຼວດ ນັກທຸລະກິດ ແລະ ທັງຊາວ ຕ່າງປະເທດ ພວມອາໄສຢູ່ລາວ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ວາກ່ຽວກັບ ອາຊຽນ ໃນສະພາບການ ອາຊຽນ ຈະສ້າງຕັ້ງປະຊາຄົມລວມໃນວັນທີ 31/12/2015 ແລະກະກຽມໃຫ້ ລາວ ເປັນປະທານ ອາຊຽນ ໃນປີ 2016.