ສື່ມວນຊົນສາກົນຕີລາຄາຢ່າງຕັ້ງຫນ້າການໄປຢ້ຽມຢາມຫວຽດນາມຂອງປະທານາທິບໍດີB.Obama
(vovworld)- ການຢ້ຽມຢາມຫວຽດນາມແຕ່ວັນທີ 23-25/5 ຂອງທ່ານປະທານາທິບໍດີ ອາເມລິກາ B. Obama ໄດ້ຮັບຄວາມສົນໃຈຈາກສື່ມວນຊົນຢູ່ພາຍໃນ ກໍຄືສາກົນ, ສະແດງໃຫ້ເຫັນຄວາມໝາຍສຳຄັນຂອງການຢ້ຽມຢາມກໍຄືຄວາມສຳຄັນນັບມື້ນັບໃຫຍ່ໃນການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ.
ຫນັງສືພິມ “Washington Post” ໄດ້ສັງເກດວ່າ ການຢ້ຽມຢາມຫວຽດນາມຂອງ ທ່ານປະທານາທິບໍດີ ອາເມລິກາ B. Obama ແມ່ນບາດກ້າວໃຫມ່ໃນການພົວພັນສອງຝ່າຍ, ປະກອບສ່ວນເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ຄວາມໝັ້ນຄົງ ລະຫວ່າງສອງຝ່າຍ. ສ່ວນ ຫນັງສືພິມ The Wall Street Journal ແລ້ວ, ການຢ້ຽມຢາມຫວຽດນາມຂອງ ທ່ານປະທານາທິບໍດີ ອາເມລິກາ B. Obama ສະແດງໃຫ້ເຫັນວ່າ: ອາເມລິກາ ເອົາໃຈໃສ່ທີ່ສຸດເຖິງການເປີດກວ້າງບັນດາສາຍພົວພັນກັບຫວຽດນາມ. ໃນຂະນະນັ້ນ ສຳນັກຂ່າວ AP ກໍຢືນຢັນວ່າ: ເລື່ອງຍົກເລີກຄຳສັ່ງຂວ້ຳບາດຫ້າມຂາຍອາວຸດໃຫ້ຫວຽດນາມ ແມ່ນເລີ່ມມາຈາກຄວາມມານະພະຍາຍາມຂອງສອງຝ່າຍໃນການຫຍັບມໍ່ໃກ້ກັນກວ່າ ແລະ ປັບປຸງການພົວພັນທາງການທູດ.