ສະຖານທູດແດນມາກແລະກະຊວງການຕ່າງປະເທດຫວຽດນາມລົງນາມໃນແຜນການເຄື່ອນໄຫວລວມປີ2016
ສະຖານທູດແດນມາກແລະກະຊວງການຕ່າງປະເທດຫວຽດນາມ
ລົງນາມໃນແຜນການເຄື່ອນໄຫວລວມປີ2016
(ພາບ: qdnd)
(vovworld) – ວັນທີ 23/02, ສະຖານທູດແດນມາກ ປະຈຳຫວຽດນາມ ແລະ ກະຊວງການຕ່າງປະເທດຫວຽດນາມ ໄດ້ລົງນາມແຜນການເຄື່ອນໄຫວລວມ ປີ 2016 ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍຖະແຫຼງການຮ່ວມກ່ຽວກັບຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ແດນມາກ ເຊິ່ງໄດ້ຮັບການລົງນາມໃນການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ເຈືອງເຕີນຊາງ ເມື່ອເດືອນ 09/2013. ແຜນການເຄື່ອນໄຫວປີ 2016 ໄດ້ວາງອອກບັນດາບຸລິມະສິດ ແລະ ໂຄງການຮ່ວມມືເພື່ອແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍໃນ 5 ຂົງເຂດ. ປີ 2016, ຫວຽດນາມ ແລະ ແດນມາກ ຈະສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະ ການພົບປະແລກປ່ຽນວັດທະນະທຳທີ່ນອນໃນແຜນການເຄື່ອນໄຫວ ເພື່ອແນໃສ່ມຸ່ງໄປເຖິງການສະເຫຼີມສະຫຼອງເຫດການສຳຄັນນີ້.