(vovworld) - ຕອນເຊົ້າວັນທີ 16/10, ຢູ່ທີ່ຮ່າໂນ້ຍ, ສະຖານບັນຕຳຫຼວດປະຊາຊົນ ໄດ້ຈັດຕັ້ງພິທີຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ເນັ້ນໜັກເຖິງການຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ແມ່ນເງື່ອນໄຂຕັດສິນຊີ້ຂາດມີຄວາມໝາຍສຳຄັນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
“ສະຖານບັນຕຳຫຼວດປະຊາຊົນ ຄວນສືບຕໍ່ກຳນົດເປົ້າໝາຍ, ໜ້າທີ່ຈຸດສຸມໃນວຽກງານສິດສອນ, ຄົ້ນຄວ້າວິທະຍາສາດຂອງສະຖາບັນນັ້ນແມ່ນ: ກໍ່ສ້າງພັດທະນາສະຖາບັນໃຫ້ກາຍເປັນມະຫາວິທະຍາໄລຈຸດສຸມຂອງຂະແໜງ ແລະ ຂອງປະເທດຕາມທິດບຳລຸງສ້າງຫຼາຍຂະແໜງ, ຫຼາຍຂົງເຂດ. ສຸມໃສ່ບຳລຸງສ້າງ, ບຳລຸງພະນັກງານຕຳຫຼວດ, ປະກອບສ່ວນພັດທະນາແຫຼ່ງຊັບພະຍາກອນມະນຸດ, ຍົກສູງກຳລັງພາຍໃນ ແລະ ກຳລັງສູ້ຮົບຂອງກຳລັງຕຳຫຼວດປະຊາຊົນ ຕາມທິດປະຕິວັດ, ກຳລັງຫຼວງທັນສະໄໝເທື່ອລະກ້າວ, ແມ່ນກຳລັງຫຼັກແຫຼ່ງໃນພາລະກິດປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງແທດຈິງ”.