ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບສະພາບການ ອີຣັກ

(VOVWORLD) -ໃນວັນທີ 12 ພຶດສະພາ ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມເປີດທາງອອນລາຍກ່ຽວກັບສະພາບການ ອີຣັກ.

ກ່າວຄຳເຫັນຢູ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ,ໄດ້ແບ່ງປັນກ່ຽວກັບຄວາມເອົາໃຈໃສ່ລວມຂອງບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດກໍ່ຄືບັນດາຄວາມຫຢຸ້ງຍາກເຊິ່ງ ອີຣັກ ພວມປະເຊີນໜ້າ. ໃນນັ້ນມີຄວາມສູງຊຸດໂຊມເສດຖະກິດຢູ່ລະດັບລົບ 4.7% ຄື ກອງທຶນເງິນຕາສາກົນໄດ້ຄາດຄະເນຫວ່າງມໍ່ໆນີ້.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍ່ສະແດງສະໜັບສະໜູນລັດຖະບານໃໝ່ຂອງ ອີຣັກ ທີ່ຜັນຂະຫຍາຍຫຼາຍມາດຕະການເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນ, ຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນ. ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ ກໍ່ຮຽກຮ້ອງໃຫ້ບັນດາປະເທດທີ່ຢູ່ໃນ ແລະ ນອກພາກພື້ນ, ບັນດາອົງການສາກົນຈົ່ງສືບຕໍ່ຊ່ວຍເຫຼືອ ອີຣັກ, ພ້ອມທັງຢັ້ງຢຶນສະໜັບສະໜູນບົດບາດຂອງຄະນະປະຕິບັນງານສະຫະປະຊາຊາດໜູນຊ່ວຍ ອີຣັກ ແລະ  ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ.

ຟ້າມຮວນ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ