ສະພາບແວດລ້ອມແຫ່ງການດຳເນີນທຸລະກິດແລະກຳລັງຄວາມສາມາດຂອງຫວຽດນາມໄດ້ຮັບການປັບປຸງຢ່າງລຽນຕິດ

(VOVWORLD) -ຕອນເຊົ້າວັນທີ 15 ມີນາ ຢູ່ ຮ່າໂນ້ຍ ຫ້ອງວ່າການລັດຖະບານ, ກະຊວງແຜນການ ແລະ ການລົງທຶນ ໄດ້ສົມທົບກັບທະນາຄານໂລກ ປະຈຳຫວຽດນາມ ຈັດຕັ້ງກອງປະຊຸມສາກົນ ດ້ວຍຫົວຂໍ້ “ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໄດ້ຮັບການປັບປຸງຢ່າງກະໂດດຂັ້ນ ເພື່ອແນໃສ່ຍົກສູງຄຸນນະພາບ ແລະ ຄວາມຄືບຫນ້າການເຕີບໂຕ”. 
ສະພາບແວດລ້ອມແຫ່ງການດຳເນີນທຸລະກິດແລະກຳລັງຄວາມສາມາດຂອງຫວຽດນາມໄດ້ຮັບການປັບປຸງຢ່າງລຽນຕິດ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ກອງປະຊຸມໄດ້ດຶງດູດຜູ້ແທນ 300 ຄົນເຂົ້າຮ່ວມທີ່ຕາງຫນ້າໃຫ້ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ສະຫະສະມາຄົມວິສາຫະກິດ, ບັນດາອົງການຈັດຕັ້ງສາກົນ… ທີ່ກອງປະຊຸມ ບັນດາຜູ້ແທນໃຫ້ຮູ້ວ່າ: 4 ປີລຽນຕິດ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ກຳລັງແກ້ງແຍ້ງຂອງຫວຽດນາມ ໄດ້ຮັບການປັບປຸງຢ່າງລຽນຕິດ, ນຳມາເຊິ່ງໝາກຜົນເປັນຫນ້າຮັບຮູ້. ທ່ານ Michael Greene ຜູ້ອຳນວຍການແຫ່ງຊາດ, ອົງການພັດທະນາສາກົນ ອາເມລິກາ ປະຈຳຫວຽດນາມ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຢາກຮ່ວມເດີນທາງກັບບັນດາຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການເຂົ້າຮ່ວມຢ່າງແຫນ້ນແຟ້ນໃນການປະຕິບັດມະຕິ ລະຫວ່າງ ລັດຖະບານ ແລະ ບັນດາກະຊວງຂະແຫນງການ ພ້ອມກັບປະຊາຄົມວິສາຫະກິດ. ຫນູນຊ່ວຍລັດຖະບານຫວຽດນາມ ໃນວິວັດການປັບປຸງກຳລັງຄວາມສາມາດແກ້ງແຍ້ງກ່ຽວກັບດ້ານການຄ້າສາກົນ ຂອງຫວຽດນາມ. ບັນດາໂຄງການນີ້ ຈະຊ່ວຍຫວຽດນາມ ສ້າງທຸກລະບຽບການດ້ານບໍລິຫານກ່ຽວກັບການຄ້າ, ລະບຽບການພາສີ ໃຫ້ມີຄວາມກົມກຽວ.”

ຕອບກັບ

ຂ່າວ/ບົດ​ອື່ນ