ສະພາສູງ ອາເມລິກາໄດ້ ຮັບຮອງເອົາ ມະຕິກ່ຽວກັບ ອີຣານ

ສະພາສູງ ອາເມລິກາໄດ້ ຮັບຮອງເອົາ ມະຕິກ່ຽວກັບ ອີຣານ - ảnh 1
ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ-ອີຣານເພີ່ມທະວີຂຶ້ນ ຍ້ອນໂຄງການນິວເຄຼຍຂອງ ເຕເຮຣານ (ພາບ: internet)


Vovworld- ວັນທີ 22/9, ດ້ວຍ​ບັດສະໜັບສະໜູນ 90 ບັດ, ບັດຄັດຄ້ານ 1 ບັດ, ສະພາສູງອາເມລິກາໄດ້ ຮັບຮອງເອົາມະຕິຢືນຢັນຄືນຄວາມມານະພະຍາຍາມຂອງວໍຊິງຕັນໃນການສະກັດກັ້ນ ອີຣານພັດທະນາ ອາວຸດນິວເຄຼຍ. ມະຕິດັ່ງກ່າວໄດ້ ເຫັນດີ​ເລື່ອງສືບ​ຕໍ່​ບັນດາ​ມາດ​ຕະການ​ກໍ່​ກຳລັງ​ດັນ​ທາງ​ດ້ານ​ເສດຖະກິດ ​ແລະ ການ​ທູດ​ທີ່​ມີ​ຕໍ່ ອີຣານ ຈົນກ່ວາ ເຕເຮຣານ ຍິນຍອມເຫັນດີຢຸດຕິການເສີມທາດ ຢູເຣນຽມ ສອດຄ່ອງ​ກັບ​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ, ​ໃຫ້ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນດາ​ນັກ​ກວດກາ​ສາກົນ ​ແລະ ບັນລຸ​ໄດ້​ຂໍ້​ຕົກລົງ​ຍາວ​ນານ ຢືນຢັນ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້​ແມ່ນ​ພຽງ​ມີ​ແຕ່​ຈຸດປະສົງ​ເພື່ອ​ສັນຕິພາບ. ມະຕິ​ດັ່ງກ່າວ​ຍັງ​ຊີ້​ແຈ້ງວ່າ ນີ້​ບໍ່​ແມ່ນ​ການ​ອະນຸຍາດ​ໃຫ້​ນຳ​ໃຊ້​ກຳລັງ​ອາວຸດ ຫຼື​ການ​ປະກາດ​ສົງຄາມ.

 

 

ຂ່າວ/ບົດ​ອື່ນ