ສະເໜີສ້າງກົດໝາຍເພີ່ມເຕີມ 16 ສະບັບເພື່ອຕອບສະໜອງຄວາມຕ້ອງການພັດທະນາປະເທດຊາດ

(VOVWORLD) -ໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2018 ຖືກຍົກອອກມາເພື່ອປຶກສາຫາລືໃນຕອນບ່າຍວັນທີ 31 ພຶດສະພາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ລວມມີຮ່າງກົດໝາຍ 24 ສະບັບ ແລະ ຮ່າງມະຕິ 1 ສະບັບ.
ສະເໜີສ້າງກົດໝາຍເພີ່ມເຕີມ 16 ສະບັບເພື່ອຕອບສະໜອງຄວາມຕ້ອງການພັດທະນາປະເທດຊາດ - ảnh 1(ພາບປະກອບ: quochoi.vn)

ເຖິງຢ່າງໃດກໍ່ຕາມ, ໃນວິວັດການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະເໜີສ້າງຮ່າງກົດໝາຍເພີ່ມເຕີມ 16 ສະບັບ, ໃນນັ້ນມີກົດໝາຍວ່າດ້ວຍຄູອາຈານ, ກົດໝາຍວ່າດ້ວຍຄູ່ຮ່ວມມືພາກລັດ - ເອກະຊົນ, ກົດໝາຍວ່າດ້ວຍການປ້ອງກັນຂໍ້ມູນຂ່າວສານທາງເຄືອຂ່າຍອີນເຕີແນັດ… ເພື່ອແນໃສ່ຕ້ອບສະໜອງຄວາມຕອງການໃນສະພາບຕົວຈິງ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບການຄາດຄະເນໂຄງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດໃນປີ 2018. ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ສະເໜີເພີ່ມເວລາຊັກຖາມ ແລະ ຕອບຄຳຊັກຖາມທີ່ບັນດາວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ, ເພີ່ມທະວີການຕິດຕາມຫົວເລື່ອງສະເພາະສຳລັບບັນດາບັນຫາຮ້ອນເຮັ່ງໃນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ