(vovworld) - ຕອນຄຳ່ວັນທີ 28/6, ຢູ່ ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີຍ້ອງຍໍສັນລະເສີນບັນດາໝູ່ຄະນະ, ແບບຢ່າງດີເດັ່ນໃນການປະຕິບັດຂະບວນການ “ 5 ປະຈັນບານພັດທະນາເສດຖະກິດ - ສັງຄົມ ແລະ ປົກປັກຮັກສາປະເທດຊາດ”, “4 ການເຄື່ອນໄຫວພ້ອມກັບຊາວໜຸ່ມກໍ່ຮ່າງສ້າງຕົວ” ແລະ ວຽກງານສ້າງຄະນະຊາວໜຸ່ມອາຍຸການ 2007 – 2012. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ຊີ້ແຈງວ່າ: 2 ຂະບວນການ “ 5 ປະຈັນບານພັດທະນາເສດຖະກິດ - ສັງຄົມ ແລະ ປົກປັກຮັກສາປະເທດຊາດ”, “4 ການເຄື່ອນໄຫວພ້ອມກັບຊາວໜຸ່ມກໍ່ຮ່າງສ້າງຕົວ” ກ້າວເຂົ້າສູ່ຊີວິດຈະເສີມຂະຫຍາຍບົດບາດປະຈັນບານ, ມີຫົວຄິດປະດິດສ້າງຂອງໄວໜຸ່ມໃນທົ່ວປະເທດ, ປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ. ດ້ວຍຄວາມດຶງດູດ ແລະ ກຳລັງແຜ່ຂະຫຍາຍຢ່າງກ້ວາງຂວາງ, 2 ຂະບວນການດັ່ງກ່າວຈະໄດ້ສ້າງສະພາບແວດລ້ອມຢ່າງຕັ້ງໜ້າໃນການສຶກສາຊາວໜຸ່ມມີສະຕິປະດິດສ້າງ, ບຶນຕົວຂຶ້ນກໍ່ຮ່າງສ້າງຕົວ. ຜ່ານການຜັນຂະຫຍາຍຂະບວນການ, ໄດ້ພົບເຫັນສະມາຊິກຊາວໜຸ່ມຫຼາຍຄົນທີ່ດີເດັ່ນດ້ວຍວິທີເຮັດທີ່ດີ, ຮູບແບບທີ່ດີ. ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕັ້ງໜ້າໜູນຊ່ວຍປະຕິບັດບັນດາຂະບວນການຊາວໜຸ່ມ, ປະກອບສ່ວນສ້າງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ.