(vovworld) – ຕອນເຊົ້າວັນທີ 7/11, ຢູ່ຮ່າໂນ້ຍ, ສະຖານບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງໄດ້ຈັດຕັ້ງກອງປະຊຸມສຳມະນາມາດຕະການສ້າງໂຄງປະກອບການລົງທຶນແຫ່ງລັດຄືນໃໝ່ໃນຂອບເຂດປ່ຽນໃໝ່ຮູບແບບການເຕີບໂຕ.
ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ ຖືວ່າ: ການລົງທຶນແຫ່ງລັດໃນໄລຍະຜ່ານມາໄດ້ກ້າວເຂົ້າສູ່ຂອບເຂດເທື່ອລະກ້າວ. ປະສິດທິຜົນການລົງທຶນຄ່ອຍໆໄດ້ຮັບການປັບປຸງ. ດັດຊະນີປະສິດທິຜົນການນຳໃຊ້ເງິນລົງທຶນ (ICOR) ທົ່ວພື້ນຖານເສດຖະກິດຫລຸດລົງແຕ່ລະກັບ 6,7 ໄລຍະ 2008 – 2010 ລົງເຫຼືອພຽງ 5,53 ໃນໄລຍະ 2011 – 2013 ສະແດງໃຫ້ເຫັນເລື່ອງຜັນຂະຫຍາຍເງິນລົງທຶນພັດທະນາຕາມແຜນການໄລຍະກາງ ໄດ້ຈຳແນກທຶນຂອງລັດໃນເບື້ອງຕົ້ນມີຈຸດສຸມ, ປະສິດທິຜົນກ່ວາ. ອັດຕາສ່ວນຍອດເງິນລົງທຶນພັດທະນາທົ່ວສັງຄົມເມື່ອທຽບໃສ່ GDP ຄິດສະເລ່ຍໄລຍະ 2011 – 2013 ຕ່ຳກ່ວາໄລຍະ 2006 – 2011. ການລົງທຶນຈາກພາກລັດ ປະກອບສ່ວນພໍສົມຄວນເຂົ້າໃນຍອດເງິນລົງທຶນຂອງທົ່ວສັງຄົມໃນສະພາບການທີ່ຍອດຄວາມຕ້ອງການຫລຸດລົງ, ການລົງທຶນຈາກບັນດາຂົງເຂດຕ່າງໆຫລຸດລົງ. ເຖິງຢ່າງໃດກໍ່ຕາມ, ຕາມບັນດານັກຊ່ຽວຊານແລ້ວ, ເຖິງວ່າສະພາບສ້າງໂຄງປະກອບການລົງທຶນແຫ່ງລັດບັນລຸໄດ້ການຫັນປ່ຽນກໍ່ຕາມ ແຕ່ຍັງຊັກຊ້າຢູ່, ສະພາບລົງທຶນຂາດປະສິດທິຜົນ, ການລົງທຶນກະແຈກກະຈາຍຍັງຄົງຕົວຢູ່. ດັ່ງນັ້ນ, ບັນດາຄຳເຫັນທີ່ກອງປະຊຸມສຳມະນາໄດ້ສະເໜີມາດຕະການຊຸກຍູ້ວິວັດການສ້າງໂຄງປະກອບຄືນໃໝ່ ແລະ ຍົກສູງປະສິດທິຜົນການລົງທຶນແຫ່ງລັດຕິດພັນກັບວິວັດການປ່ຽນໃໝ່ຮູບແບບການເຕີບໂຕຂອງ ຫວຽດນາມ ໃນໄລຍະຈະມາເຖິງ.