ສ.ເກົາຫຼີ ກ່າວເຕືອນ ສປປ.ເກົາຫຼີ ຈະດຳເນີນ ການທົດລອງ ນິວເຄຼຍ

ສ.ເກົາຫຼີ ກ່າວເຕືອນ ສປປ.ເກົາຫຼີ ຈະດຳເນີນ ການທົດລອງ ນິວເຄຼຍ - ảnh 1
(ພາບປະກອບ: CNN)

(vovworld) - ວັນ​ທີ 8/5, ທ່ານ​ລັດ​​ຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ ສ.ເກົາຫຼີ Kim Kwan-jin, ​ກ່າວເຕືອນ ສ​ປ​ປ.ເກົາຫຼີ ​ຈະ​ດຳ​ເນີນ​ການທົດ​ລອງ ນິວ​ເຄຼຍ, ພ້ອມ​ທັງ​ໃຫ້​ຮູ້ວ່າ​ບັນ​ດາ​ບາດ​ກ້າວ​ກະ​ກຽມ​ໃຫ​້​ແກ່​ການ​ທົດ​ລອງ​ນິວເຄຼຍຄັ້ງ​ທີ 4 ຂອງ ພຽງ​ຢາງພວມ​ຢູ່​ໃນ ”ໄລ​ຍະ​ສຸດ​ທ້າຍ”. ​ກ່າວ​ຄຳ​ເຫັນກັບ​ວົງ​​ການ​ນັກ​ຂ່າວທີ່​ນະ​ຄອນຫຼວງ ເຊີອຸນ ທ່ານ​ລັດ​ທະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ Kim Kwan-jin ຢືນ​ຢັນ​ວ່າ ສ​ປ​ປ.ເກົາຫຼີ ອາດ​ຈະ​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍໃນບໍ່​ວ່າ​ເວ​ລາ​ໃດ. ​ຂໍ້​ໃຫ້​ສັງ​ເກດດັ່ງ​ກ່າວ​ໄດ້​​ຍົກອອກມາ​ໃນ​ສະ​ພາບ​​ທີ່​ນັບ​ມື້​ນັບ​ມີບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນຫຼາຍ​​ຕໍ່ເລື​່ອງ ສ​ປ​ປ.ເກົາຫຼີ ອາດ​ຈະ​​ວາງ​ແຜນ​ເພື່ອ​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 4. ​ຫວ່າງ​ແລ້ວນີ້, ສ​ປ​ປ.ເກົາຫຼີ ​ໄດ້ປະ​ກາດ​ຈະ​ດຳ​ເນີນ “ ການ​ທົດ​ລອງ​ນິວ​ເຄຼຍແບບ​ໃໝ່”, ສ່ວນ​ກອງ​ທັບ ສ.ເກົາຫຼີ ໃຫ້​ຮູ້​ວ່າ​ໄດ້​ຄົ້ນພົບ​​ເລື່ອງ ສ​ປ​ປ.ເກົາຫຼີ ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຢູ່ສະ​ຖານ​ທີ່​ທົດ​ລອງ​ນິວ​ເຄຼຍ​ກ່ອນ​ການ​ຢ້ຽມ​ຢາມ ເ​ຊີ​ອຸນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ການ Barrack Obama. ກ່ອນ​ໜ້ານັ້ນ, ພຽງ​ຢ່າງ ໄດ້​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ 3 ຄັ້ງແລ້ວ, ໃນ​​ປີ 2006, 2009 ແລະ 2013.

ຂ່າວ/ບົດ​ອື່ນ