ສ.ເກົາຫຼີໃຫ້ສັດຕະຍາບັນFTAກັບຫວຽດນາມ
(ພາບປະກອບ)
(vovworld) - ສັນທີ 30/11, ສະພາແຫ່ງຊາດສ.ເກົາຫຼີ ໄດ້ໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA) ກັບຫວຽດນາມ. ນີ້ກໍແມ່ນກອງປະຊຸມເຊິ່ງໃນນັ້ນ ບັນດາ FTA ຂອງສ.ເກົາຫຼີ ກັບ ນິວຊີແລນ ແລະ ຈີນ ໄດ້ໃຫັສັດຕະຍາບັນ. ຕາມສັນຍາ FTA ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ, ເຊິ່ງໄດ້ຮັບການລົງນາມເມື່ອເດືອນ 05/2015 ຢູ່ຮ່າໂນ້ຍ, ຫວຽດນາມ ຈະຍົກເລີກພາສີນຳເຂົ້າສຳລັບ ຍອດຈຳນວນບັນດາຜະລິດຕະພັນທີ່ນຳເຂົ້າຈາກສ.ເກົາຫຼີ ເກືອບ 90% ໃນໄລຍະ 15 ປີ, ນັບແຕ່ເມື່ອສັນຍານີ້ໄດ້ຮັບການປະຕິບັດ. ກໍໃນໄລຍະນີ້, ສ.ເກົາຫຼີ ຈະຍົກເລີກພາສືນຳເຂົ້າກວ່າ 95% ຍອດຈຳນວນບັນດາຜະລິດຕະພັນທີ່ນຳເຂົ້າຈາກຫວຽດນາມ. ຕາມສັນຍາດັ່ງກ່າວ, ຝ່າຍສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາບຸລິມະສິດຫຼຸດຜ່ອນພາສີອາກອນ, ສ້າງກາລະໂອກາດສົ່ງອອກບັນດາຜະລິດຕະພັນກະເສດສິນໃນນ້ຳຕົ້ນຕໍຂອງຫວຽດນາມ, ໃນຂະນະນັ້ນ, ຝ່າຍຫວຽດນາມ ໃຫ້ຄຳໝັ້ນສັນຍາຫຼຸດຜ່ອນພາສີຕົ້ນຕໍສຳລັບຂົງເຂດຕ່າງໆຄື ວັດຖຸດິບສຳຮອງໃນການເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງຈັກ… ທີ່ນຳເຂົ້າຈາກສ.ເກົາຫຼີ.
ພາຍຫຼັງສະພາແຫ່ງຊາດສ.ເກົາຫຼີໃຫ້ສັດຕະຍາບັນ FTA ກັບ 3 ປະເທດຫວຽດນາມ, ຈີນ ແລະ ນິວຊີແລນ, ໂຄສົກຂອງປະທານາທິບໍດີສ.ເກົາຫຼີ, ທ່ານ Jeong Yeon guk ໃຫ້ຮູ້ວ່າ, ອຳນາດການປົກຄອງຂອງທ່ານນາງປະທານາທິບໍດີ Park Gen hye ກໍຫວັງວ່າ, ບັນດາອົງການສ້າງກົດໝາຍຂອງສະພາແຫ່ງຊາດຈະຜັນຂະຫຍາຍຢ່າງວ່ອງໄວບັນມາດຕະການຕໍ່ໄປເພື່ອຮັບປະກັນວ່າໃຫ້ບັນດາ FTA ຈະມີຜົນສັກຊິດໃນປີນີ້.