ທ່ານຫົວນ້າຄະນະໂຄສະນາສຶກສາສູງກາງຫວຽດນາມ ດິງເທ໋ຮີນ
ເຂົາຮ່ວມກອງປະຊຸມສຳມະນາ
(ພາບ: gdtd.vn)
(vovworld) -“ ຫງວຽນຈິ໋ແທງ ກັບປະຕິວັດຫວຽດນາມ” ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສຳມະນາວິທະຍາສາດ ເຊິ່ງດຳເນີນໃນຕອນເຊົ້າວັນທີ 26/12, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດຂອງທ່ານພົນເອກ ຫງວຽນຈິ໋ແທງ (01/01/1914 – 01/01/2014).
ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານຫົວຫນ້າຄະນະໂຄສະນາສຶກສາສູງກາງພັກກອມມູນິດ ຫວຽດນາມ ດິງເທ໋ຮີນ ເນັ້ນໜັກວ່າ, ໃນກວ່າ 30 ປີແຫ່ງການເຄື່ອນໄຫວປະຕິວັດ, ພົນເອກ ຫງວຽນຈິ໋ແທງ ໄດ້ເສຍສະຫຼະຊີວິດ, ສູ້ຊົນຕະຫຼອດຊີວິດແກ່ອຸດົມຄະຕິຂອງພັກ; ເປັນຈິດໜຶ່ງໃຈດຽວຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ພົນເອກໄດ້ສະແດງໃຫ້ເຫັນຄຸນສົມບັດຂອງພົນເອກທີ່ປິຊາສາມາດຂອງກອງທັບປະຊາຊົນຫວຽດນາມ, ການນຳທີ່ເປັນແບບຢ່າງ, ເມດຕາຈິດ ແລະ ເກັ່ງກ້າສາມາດ.
ທີ່ກອງປະຊຸມສຳມະນາ, ບັນດາບົດປະກອບຄຳເຫັນຂອງບັນດາຜູ້ແທນ, ນັກວິທະຍາສາດ ໄດ້ເຮັດແຈ້ງຫຼາຍແງ່ມູມໃໝ່ ແລະ ສືບຕໍ່ຢືນຢັນວ່າ ພົນເອກ ຫງວຽນຈິ໋ແທງ ແມ່ນການນຳທີ່ປິຊາສາມາດ, ແມ່ນພະລັງຊີວິດຂອງກອງທັບປະຊາຊົນຫວຽດນາມ.