ຫຼຸດຜ່ອນຜົນສະທ້ອນສິ່ງແວດລ້ອມໃນການເຕີບໂຕເສດຖະກິດຢູ່ຫວຽດນາມ
ກອງປະຊຸມສຳມະນາ “ເຕີບໂຕເສດຖະກິດ: ຄຸ້ມຄອງຜົນກະທົບຕໍ່ສິ່ງແວດລ້ອມ
(ພາບ: voh.com.vn)
|
(vovworld) - ວັນທີ 8/3, ຢູ່ນະຄອນໂຮ່ຈີມິນ, ກົມໃຫຍ່ສິງແວດລ້ອມ ແລະ ກອງທຶນປົກປັກຮັກສາສິ່ງແວດລ້ອມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ເຕີບໂຕເສດຖະກິດ: ຄຸ້ມຄອງຜົນກະທົບຕໍ່ສິ່ງແວດລ້ອມ”. ທ່ານ ຫງວຽນແທ໋ດົ່ງ, ຮອງຫົວໜ້າກົມໃຫຍ່ສິ່ງແວດລ້ອມ ໃຫ້ຮູ້ວ່າ: ຊຸມປີຜ່ານມາ, ຫວຽດນາມໄດ້ມີບັນດາບາດກ້າວພັດທະນາຢ່າງແຂງແຮງ, ບັນລຸໄດ້ຫຼາຍຜົນງານທີ່ປະທັບໃຈໃນການພັດທະນາເສດຖະກິດ - ສັງຄົມ. ເຖິງຢ່າງໃດກໍຕາມ, ຫວຽດນາມກໍ່ປະເຊີນໜ້າກັບບັນດາບັນຫາກ່ຽວກັບມົນລະພິດ ແລະ ການຊຸດໂຊມສິ່ງແວດລ້ອມໄດ້ປະກົດຕົວ ແລະ ເພີ່ມຂຶ້ນຢ່າງວອງໄວ, ກາຍເປັນບັນຫາທີ່ ແລະ ຮ້ອນເຮັ່ງ, ແມ່ນຄວາມເອົາໃຈໃສ່ຕົ້ນຕໍຂອງລັດ ແລະ ສັງຄົມ. ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານຢູ່ພາຍໃນ ແລະ ຕ່າງປະເທດໄດ້ແລກປ່ຽນ, ແບ່ງປັນບັນດາບັນຫາກ່ຽວກັບສິ່ງແວດລ້ອມຕົ້ນຕໍເຊິ່ງວິສາຫະກິດຂອງຫວຽດນາມ ພວມປະເຊີນໜ້າ, ພ້ອມກັນນັ້ນກໍຊີ້ແຈງບັນດາຍຸດທະສາດຄຸ້ມຄອງສິ່ງແວດລ້ອມ ແລະ ປຶກສາຫາລືກ່ຽວກັບການນຳໃຊ້ບັນດາຍຸດທະສາດເພື່ອເພີ່ມມູນຄ່າໃຫ້ແກ່ຜະລິດຕະພັນ ແລະ ສ້າງເຄື່ອງໝາຍການຄ້າແຫ່ງຊາດແຂງແຮງ.