ພົນເອກ Phung Quang Thanh ໂອ້ລົມກັບພະນັກງານ, ນັກຂ່າວ ຫນັງສືພິມກອງທັບປະຊາຊົນ ຫວຽນາມ
|
(vovword)- ຕອນບ່າຍວັນທີ 20/6 ຢູ່ ຮ່າໂນ້ຍ, ພົນເອກ Phung Quang Thanh ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ,ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບຫນັງສືພິມກອງທັບປະຊາຊົນ ເນື່ອງໃນໂອກາດລະນຶກວັນສື່ມວນຊົນປະຕິວັດ ຫວຽດນາມ (21/6 ). ນະທີ່ນີ້ ທ່ານພົນເອກ Phung Quang Thanh ໄດ້ຢືນຢັນວ່າ: ຫນັງສືພິມກອງທັບປະຊາຊົນ ແມ່ນຫນຶ່ງໃນບັນດາຊ່ອງສື່ສານຫລັກແຫລ່ງຂອງສື່ມວນຊົນປະຕິວັດຫວຽດນາມ, ແມ່ນບ່ອນອີງທີ່ໄວ້ເນື້ອເຊ່ືອໃຈຂອງພັກ, ລັດ ແລະ ປະຊາຊົນ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຮັກສາ ແລະ ຍົກສູງຄຸນນະທາດດ້ານການເມືອງຂອງກຳລັງປະກອບອາວຸດ, ສ້າງພື້ນຖານປ້ອງກັນຊາດໃນທົ່ວປວງຊົນໃຫ້ເຂັ້ມແຂງ, ສ້າງກອງທັບປະຊາຊົນປະຕິວັດເປັນແບບແຜນ, ແຫລມຄົມ ແລະ ທັນສະໄຫມເທື່ອລະກ້າວ. ພົນເອກ Phung Quang Thanh ປາດຖະຫນາວ່າ ດ້ວຍມຸູນເຊື້ອຂອງຕົນ, ຫນັງສືພິມກອງທັບປະຊາຊົນ ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບ, ຮັກສາການກຳນົດທິດທາງດ້ານການເມືອງໃຫ້ໝັ້ນຄົງ ເພື່ອສົມເປັນເຄື່ອງມືຫລັກແຫລ່ງຂອງພັກໃນແນວຮົບຕໍ່ສູ້ດ້ານແນວຄິດ.