(vovworld) – ໃນລະຫວ່າງວັນທີ 21 ຫາ 24/06, ຄະນະຜູ້ແທນກະຊວງອຸດສາຫະກຳການຄ້າຫວຽດນາມ ໂດຍທ່ານຮອງລັດຖະມົນຕີ ເຈີນຕວນແອງ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ້ກຸຍບາ ເພື່ອແນໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ. ທີ່ການເຮັດວຽກກັບ ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳກຸຍບາ Eloy Alvarez, ທ່ານຮອງລັດຖະມົນຕີ ເຈີນຕວນແອງ ຢືນຢັນວ່າ ບົດບັນທຶກຊ່ວຍຈຳຮ່ວມມືດ້ານອຸດສາຫະກຳທີ່ໄດ້ຮັບການລົງນາມລະຫວ່າງ 2 ກະຊວງໃນຂອບເຂດການຢ້ຽມຢາມກຸຍບາ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເມື່ອຕົ້ນປີ 2014 ຜ່ານມາແມ່ນປັດໃຈສຳຄັນເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ຝ່າຍໃນຂົງເຂດອຸດສາຫະກຳເວົ້າລວມ. ສ່ວນທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳກຸຍບາ Eloy Alvarez ຢືນຢັນວ່າ ກຸຍບາ ຈະສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກກ່ວາອີກ ເພື່ອໃຫ້ການພົວພັນຮ່ວມມືດ້ານອຸດສາຫະກຳລະຫວ່າງ 2 ປະເທດບັນລຸຜົນງານຢ່າງຕັ້ງໜ້າໃນໄລຍະຈະມາເຖິງ.
ໃນຂອບເຂດການຢ້ຽມຢາມ, ທ່ານຮອງລັດຖະມົນຕີ ເຈີນຕວນແອງ ໄດ້ມີການເຮັດວຽກກັບກະຊວງການຄ້າຕ່າງປະເທດ ແລະ ການລົງທຶນຕ່າງປະເທດກຸຍບາ.