ຫວຽດ​ນາມ - ກຽກ​ກີ​ສະ​ຖານ ເຊັນ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຢັ້ງຢືນລະດັບຄວາມສຳຄັນຂອງການຮັກສາການພົບປະທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ໃນທຸກຊ່ອງທາງ, ກໍ່ຄືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. 
ຫວຽດ​ນາມ - ກຽກ​ກີ​ສະ​ຖານ ເຊັນ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສ.ກຽກກີສະຖານ Adylbek Kasimalyev  (ພາບ: VOV)

ຕອນເຊົ້າວັນທີ 6 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາກັບທ່ານນາຍົກລັດຖະມົນຕີ ສ.ກຽກກີສະຖານ Adylbek Kasimalyev ທີ່ພວມຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 6 – 7 ມີນາ. ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນລະດັບຄວາມສຳຄັນຂອງການຮັກສາການພົບປະທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ໃນທຸກຊ່ອງທາງ, ກໍ່ຄືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ກຽກກີສະຖານເພີ່ມທະວີການຮ່ວມມື ກັບ ອາຊຽນ, ທ່ານປາດຖະໜາຢາກໃຫ້ ກຽກກີສະຖານ ເສີມຂະຫຍາຍບົດບາດ ແລະ ເຊື່ອມຕໍ່ຫວຽດນາມ ກັບພາກພື້ນອາຊີກາງ, ທ່ານສະເໜີ ກຽກກີສະຖານ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ໃນບັນຫາຢູ່ທະເລຕາເວັນອອກ. ສ່ວນທ່ານນາຍົກລັດຖະມົນຕີ Adylbek Kasymaliev ຢັ້ງຢືນ ກຽກກີສະຖານ ຖືຫວຽດນາມແມ່ນບຸລິມະສິດການຕ່າງປະເທດແຖວໜ້າຂອງຕົນ ແລະ ປາດຖະໜາຢາກພ້ອມກັບຫວຽດນາມ ພັດທະນາການຮ່ວມມືສອງຝ່າຍໃນບັນດາຂົງເຂດເຊິ່ງສອງຝ່າຍອາດຈະມີທ່າແຮງ ແລະ ມີຄວາມສາມາດບົ່ມຊ້ອນ.

ພາຍຫຼັງການເຈລະຈາ, ການນຳສອງຝ່າຍໄດ້ເຊັນຖະແຫຼງການຮ່ວມ ແລະ ພ້ອມກັນເປັນສັກຂີພິຍານພິທີລົງນາມ ແລະ ມອບເອກະສານຮ່ວມມືສອງຝ່າຍບາງສະບັບ, ລວມມີ: ສັນຍາກ່ຽວກັບການຮ່ວມມືໃນຂົງເຂດການສຶກສາ, ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດກົດໝາຍລະຫວ່າງ ກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸທິຕຳ ກຽກກີສະຖານ, ບົດບັນທຶກຊ່ວຍຈຳລະຫວ່າງກົມການບິນພົນລະເຮືອນ, ກະຊວງກໍ່ສ້າງ ຫວຽດນາມ ແລະ ກົມການບິນພົນລະເຮືອນ ກຽກກີສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ