ຫວຽດນາມ ຄ້ວາໄດ້ຫຼຽນຄຳທີ່ງານມະຫາກຳກິລາຄົນພິການ Asian Para Games 2018

(VOVWORLD) - Asian Para Games 2018 ຈັດຕັ້ງຢູ່ ອິນໂດເນເຊຍ ໄດ້ດຶງດູດການເຂົ້າຮ່ວມຂອງນັກກິລາ 2.762 ຄົນທີ່ມາຈາກ 45 ປະເທດ ແລະ ເຂດແຄ້ວນ.
ຫວຽດນາມ ຄ້ວາໄດ້ຫຼຽນຄຳທີ່ງານມະຫາກຳກິລາຄົນພິການ Asian Para Games 2018 - ảnh 1ນັກກິລາ ຫວຽດນາມ ໄດ້ຮັບລາງວັນ 

ວັນທີ 7 ຕຸລາ, ໃນວັນທຳອິດຂອງການແຂ່ງຂັນທາງການທຳອິດຂອງ Asian Para Games, ໃນການແຂ່ງຂັນລອຍນ້ຳກົບຊາຍ, ນັກກິລາ ຫງວຽນແທ່ງຈູງ, ລະດັບພິການ SB4 ຄ້ວາໄດ້ຫຼຽນຄຳທຳອິດມາໃຫ້ຄະນະນັກກິລາ ຫວຽດນາມ.  ນັກກິລາ ຫງວຽນແທ່ງຈູງ ໄດ້ແບ່ງປັນວ່າ:

    “ສຳລັບຂ້າພະເຈົ້າແລ້ວ, ຈຸດເວລານີ້ແມ່ນມີຄວາມເອກອ້າງທະນົງໃຈ ແລະ ມີຄວາມຜາສຸກທີ່ສຸດ. ຂ້າພະເຈົ້າຫວັງວ່າຫຼຽນຄຳຫຼຽນທຳອິດນີ້ຈະແມ່ນກຳລັງກະຕຸກຊຸກຍູ້ ແລະ ນຳມາເຊິ່ງຄວາມໂຊກດີໃຫ້ແກ່ຄະນະນັກກິລາ ຫວຽດນາມ ໃນ Asian Para Games ປີນີ້.”

    ແລະກໍ່ໃນວັນດຽວກັນ, ນັກກິລາ ວີທິຮັ່ງ ກໍ່ຄ້ວາໄດ້ຫຼຽນທອງໃຫ້ແກ່ປະເພດກິລາລອຍນ້ຳ ຫວຽດນາມ.

    Asian Para Games 2018 ຈັດຕັ້ງຢູ່ ອິນໂດເນເຊຍ ໄດ້ດຶງດູດການເຂົ້າຮ່ວມຂອງນັກກິລາ 2.762 ຄົນທີ່ມາຈາກ 45 ປະເທດ ແລະ ເຂດແຄ້ວນ. ນີ້ແມ່ນເຫດການກິລາລະດັບໃຫຍ່ທີ່ສຸດຢູ່ອາຊີ ໄດ້ຮັບການຈັດຕັ້ງ 4 ປີເທື່ອໜຶ່ງ ທີ່ສະຫງວນໃຫ້ແກ່ບັນດານັກກິລາພິການ.

ຕອບກັບ

ຂ່າວ/ບົດ​ອື່ນ