ຊາວຫນຸ່ມອາສາສະໝັກບໍລິຈາກເລືອດ
ພາບປະກອບ:internet
|
(vovword)- ເນື່ອງໃນໂອກາດວັນໂລກເຊີດຊູຜູ້ບໍລິຈາກເລືອດ ຄືວັນທີ 14/6, ອົງການອະນາໄມໂລກ WHO ໄດ້ຮຽກຮ້ອງໃຫ້ບັນດາກຳມະກອນໃນທົ່ວໂລກຈ່ົງຕັ້ງຫນ້າຕອບສະຫນອງການເຄື່ອນໄຫວມະນຸດສະທຳບໍລິຈາກເລືອດ, ພິເສດແມ່ນບໍລິຈາກເລືອດເປັນໄລຍະປະຈຳ. ອົງການອະນາໄມໂລກກໍຊີ້ໃຫ້ເຫັນບັນດາບາດກ້າວຂອງຫວຽດນາມ ໃນການສົ່ງເສີມບໍລິຈາກເລືອດມະນຸດສະທຳ. ໃນຮອບເວລາ 10 ປີ ຫວຽດນາມ ໄດ້ເພີ່ມປະລິມານເລືອດບໍລິຈາກແຕ່ລະດັບກວມ 30% ຍອດ ແຫລ່ງສະຫນອງຂຶ້ນເຖິງ 90%, ເພີ່ມຍອດປະລິມານເລືອດຈາກການບໍລິຈາກ ແຕ່ເກືອບ 270.000 ຖົງ ຂຶ້ນເຖິງ 770.000 ຖົງ.