ຫວຽດນາມ ພ້ອມແລ້ວທີ່ຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ

(VOVWORLD) -ນັບແຕ່ວັນທີ 01 ມັງກອນ 2020, ຫວຽດນາມ ຈະຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.

ຫວຽດນາມ ພ້ອມແລ້ວທີ່ຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ

(ພາບປະກອບ: TTXVN)

ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ຢືນຢັນວ່າ, ໃນເບື້ອງຕົ້ນ ຫວຽດນາມ ໄດ້ເປັນເອກະພາບຮ່າງລາຍການເຮັດວຽກຂອງເດືອນມັງກອນ 2020, ໃນນັ້ນມີບັນດາລາຍການທີ່ພວກເຮົາຕ້ອງປະຕິບັດຢ່າງເປັນປະຈຳ, ພ້ອມກັນນັ້ນກໍ່ມີບັນດາເຫດການສະເພາະຂອງຫວຽດນາມ ເພື່ອສ້າງຂີດໝາຍໃນເດືອນມັງກອນ, ພ້ອມແລ້ວທີ່ຈະຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.

          ກ່ຽວກັບສິ່ງທ້າທາຍສຳລັບປະເທດກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ຖືວ່າ, ຫວຽດນາມ ຕ້ອງເຮັດແນວໃດເພື່ອທັງປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງໃນໂລກ, ທັງປົກປ້ອງສິດຜົນປະໂຫຍດຂອງຕົນ, ແຕ່ຍັງຮັກສາການພົວພັນອັນດີງາມກັບທຸກໆຝ່າຍໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ