ຫວຽດ​ນາມ ຮ​ຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ຢູ່ ລີ​ບີຈົ່ງ​ສືບ​ຕໍ່​ປະ​ຕິ​ບັດ​​ຕາມຂໍ້​ຕົກ​ລົງ​ຢຸດ​ຍິງ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງບັນດາຄວາມຄືບໜ້າສຳຄັນຂອງ ລີບີ ນັບແຕ່ຕົ້ນປີ 2021 ມາຮອດປັດຈຸບັນ, ພິເສດແມ່ນເລື່ອງບັນດາຝ່າຍ ຢູ່ລີບີ ບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ສ້າງຕັ້ງລັດຖະບານສາມັກຄີຊາດ.
ຫວຽດ​ນາມ ຮ​ຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ຢູ່ ລີ​ບີຈົ່ງ​ສືບ​ຕໍ່​ປະ​ຕິ​ບັດ​​ຕາມຂໍ້​ຕົກ​ລົງ​ຢຸດ​ຍິງ - ảnh 1ສະພາຄວາມໝັ້ນຄົງສປຊ ໄດ້ຈັດກອງປະຊຸມທາງອອນລາຍເປີດເຜີຍກ່ຽວກັບສະພາບການຢູ່ລີບີ

ຕອນບ່າຍວັນທີ 17 ພຶດສະພາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງສປຊ ໄດ້ຈັດກອງປະຊຸມທາງອອນລາຍເປີດເຜີຍກ່ຽວກັບສະພາບການຢູ່ລີບີ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງບັນດາຄວາມຄືບໜ້າສຳຄັນຂອງ ລີບີ ນັບແຕ່ຕົ້ນປີ 2021 ມາຮອດປັດຈຸບັນ, ພິເສດແມ່ນເລື່ອງບັນດາຝ່າຍ ຢູ່ລີບີ ບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ສ້າງຕັ້ງລັດຖະບານສາມັກຄີຊາດ. ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງສືບຕໍ່ປະຕິບັດຂໍ້ຕົກລົງຢຸດຍິງຢ່າງຄົບຖ້ວນ, ຊຸກຍູ້ວິວັດການຂ້າມຜ່ານ ມຸ່ງໄປສູ່ການເລືອກຕັ້ງ ແລະ ມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍ ກ່ຽວກັບດ້ານເສດຖະກິດ ແລະ ມະນຸດສະທຳຢູ່ລີບີ, ໃນນັ້ນ ມີການປົກປ້ອງສາມັນຊົນຕໍ່ໜ້າບັນດາຄວາມສ່ຽງກ່ຽວກັບວັດຖຸລະເບີດທີ່ຍັງຕົກຄ້າງພາຍຫຼັງສົງຄາມ. ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ໄດ້ເນັ້ນໜັກເຖິງການສືບສວນຫາບົດບາດຄວາມຮັບຜິດຊອບຂອງການລະເມີດກົດໝາຍວ່າດ້ວຍມະນຸດສະທຳສາກົນ, ອາດຊະຍາກຳອາຍາທີ່ຮ້າຍແຮງ ຕ້ອງໄດ້ຮັບການດຳເນີນໄປຢ່າງສອດຄ່ອງກັບບັນດາຫຼັກການພື້ນຖານ ຂອງກົດໝາຍສາກົນ, ໃນນັ້ນມີການເຄົາລົບເອກະລາດ, ອະທິປະໄຕແຫ່ງຊາດ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ