ຫວຽດນາມ ເປັນເຈົ້າການຮັບມືກັບນະໂຍບາຍພາສີຈາກ ອາເມລິກາ
(VOVWORLD) - ໃນການຖະແຫຼງຂ່າວລັດຖະບານປະຈຳເດືອນ ກຸມພາ 2025 ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 05 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຊິງເຍີດເຕິນ ໄດ້ແບ່ງປັນກ່ຽວກັບຜົນກະທົບຂອງນະໂຍບາຍການຄ້າຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ສຳລັບບາງຂະແໜງສິນຄ້າສົ່ງອອກຂອງ ຫວຽດນາມ.
ການຖະແຫຼງຂ່າວລັດຖະບານປະຈຳເດືອນ ກຸມພາ 2025 (ພາບ:VGP) |
ຕາມທ່ານຮອງລັດຖະມົນຕີ ຫງວຽນຊິງເຍີດເຕີນ ແລ້ວ, ໄລ່ຮອດປັດຈຸບັນ, ທ່ານປະທານາທິບໍດີ ອາເມລິກາ ໄດ້ມີນະໂຍບາຍຈໍານວນໜຶ່ງ, ພິເສດແມ່ນກ່ຽວຂ້ອງເຖິງບັນຫາຈັດວາງອັດຕາພາສີສຳລັບທຸກປະເພດສິນຄ້າໃນໂລກ, ແຕ່ພ້ອມດຽວກັນນັ້ນ ກໍມີບາງປະເພດສິນຄ້າມີອັດຕາພາສີທີ່ແຕກຕ່າງກັນ ແລະ ການຈັດວາງອັດຕາພາສີຕໍ່ບັນດາປະເທດແມ່ນແຕກຕ່າງກັນ. ລັດຖະບານ ຫວຽດນາມ ໄດ້ເປັນເຈົ້າການຄາດຄະເນສະພາບການ ແລະ ສະເໜີບັນດາມາດຕະການຮັບມື.
“ ຫວຽດນາມ ບໍ່ຢູ່ນອກເໜືອຈາກນັ້ນ ແລະ ຖືກຜົນກະທົບຈາກນະໂຍບາຍດັ່ງກ່າວ. ແຕ່ເຖິງແນວນັ້ນກໍຕາມ, ພວກເຮົາຍັງບໍ່ແມ່ນປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງ. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການຢ່າງທັນການ ແລະ ບັນດາກະຊວງ, ຂະແໜງການກໍ່ໄດ້ພ້ອມກັນເປັນເຈົ້າການເຮັດບົດລາຍງານສັງລວມ, ບົດລາຍການສະເພາະເພື່ອຍື່ນສະເໜີຕໍ່ລັດຖະບານ. ຄາດວ່າ ໃນເດືອນ ມີນາ, ລັດຖະບານ ຈະໂຮມປະຊຸມປຶກສາຫາລືຫົວເລື່ອງ ໂດຍສຸມໃສ່ບັນດາມາດຕະການ”.
ຕາມການຄາດຄະເນແລ້ວ, ອາທິດຈະມາເຖິງ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຈະໄປພົບປະກັບທ່ານໜ້າອົງການຕາງໜ້າການຄ້າ ອາເມລິກາ ເພື່ອແລກປ່ຽນ ແລະ ເຊື່ອມຕໍ່ການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ອາເມລິກາ.