(vovworld) - ທີ່ກອງປະຊຸມຄັ້ງທີ 21 ຂອງສະພາສິດທິມະນຸດສະຫະປະຊາຊາດ ເຊິ່ງດຳເນີນແຕ່ວັນທີ 10/9 – 28/9, ຢູ່ Geneva, ປະເທດສະວິດ, ທີ່ຫາກໍສິ້ນສຸດລົງເມື່ອທ້າຍອາທິດຜ່ານມາ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ມີຄວາມຕັ້ງໜ້າ ແລະ ເປັນເຈົ້າການເຂົ້າຮ່ວມບັນດາການເຄື່ອນໄຫວໃນສະພາສິດທິມະນຸດສະຫະປະຊາຊາດ ເພື່ອກ້າວໄປເຖິງເລື່ອງອອກສະໝັ້ກຮັບເລືອກຕັ້ງເຂົ້າສະພາສິດທິມະນຸດສະຫະປະຊາຊາດອາຍຸການ 2014 – 2016. ທ່ານເອກອັກຄະລັດຖະທູດ Nguyen Trung Thanh, ຫົວໜ້າຄະນະຜູ້ຕ່າງໜ້າປະຈຳຫວຽດນາມ ຄຽງຂ້າງອົງການສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການສາກົນອື່ນໆ, ຕ່າງໜ້າໃຫ້ແກ່ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ທ່ານເອກອັກຄະລັດຖະທູດ Nguyen Trung Thanh ໃຫ້ຮູ້ວ່າ, ຫວຽດນາມ ຕັດສິນໃຈເພື່ອປະກອບສ່ວນຫຼາຍກວ່າອີກໃຫ້ແກ່ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນຢ່າງບໍ່ຢຸດຢັ້ງ; ຍາມໃດຫວຽດນາມ ກໍມຸ່ງໄປເຖິງການປະສານສົມທົບ ແລະ ຮ່ວມມືຢ່າງກວ້າງຂວາງກັບທຸກໆປະເທດ ແລະ ບັນດາພື້ນຖານເສດຖະກິດໃນການຊຸກຍູ້ພາລະກິດລວມ ແລະ ແບ່ງປັນບັນດາຈຸດໝາຍຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ວັດຖະນາຖາວອນ ແລະ ການພັດທະນາມະນຸດ. ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຫວັງວ່າ ຈະໄດ້ຮັບການສະໜັບສະໜູນ ແລະ ຮ່ວມມືຢ່າງແຮງຈາກບັນດາປະເທດ ແລະ ອົງການຈັດຕັ້ງສາກົນໃນການຊຸກຍູ້ ແລະ ປົກປັກຮັກສາບັນດາສິດຂອງມະນຸດ.