ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ

(VOVWORLD) - ຕອນບ່າຍວັນທີ 09 ສິງຫາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Nay Pena ຮອງປະທານຜູ້ທີໜຶ່ງສະພາສູງ ກຳປູເຈຍ ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Nay Pena

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: 2 ປະເທດຕ້ອງເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບກ່ວາອີກ; ຮ່ວມມືສະໜັບສະໜູນບັນດາຜົນປະໂຫຍດອັນຊອບທຳຂອງກັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການພັດທະນາຂອງພາກພື້ນ ແລະ ໃນໂລກ. 2 ປະເທດສືບຕໍ່ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ນຳວົງເງິນການຄ້າ 2 ຝ່າຍບັນລຸ 5 ຕື້ USD ໂດຍໄວ; ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ເປັນຕົ້ນແມ່ນລຸ້ນໜຸ່ມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ 2 ປະເທດຈະເພີ່ມທະວີການສົມທົບກັນ ຊຸກຍູ້ບັນດາອົງການສຳນັກງານທີ່ກ່ຽວຂ້ອງ ສຳເລັດວຽກງານຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກໂດຍໄວ, ສືບຕໍ່ສ້າງເສັ້ນຊາຍແດນ 2 ປະເທດກາຍເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ - ảnh 2 ການເຈລະຈາ

        ສ່ວນທ່ານ Nay Pena ຮອງປະທານຜູ້ທີໜຶ່ງສະພາສູງ ກຳປູເຈຍ ໃຫ້ຮູ້ວ່າ: ການຢ້ຽມຢາມແມ່ນສະແດງໃຫ້ເຫັນສານການພົວພັນອັນດີງາມລະຫວ່າງ ກຳປູເຈຍ ແລະ ຫວຽດນາມ. ທ່ານ Nay Pena ຮອງປະທານຜູ້ທີໜຶ່ງສະພາສູງ ກຳປູເຈຍ ກໍ່ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຊາບ ໝາກຜົນແຫ່ງການເຈລະຈາກັບທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ. 2 ຝ່າຍໄດ້ແບ່ງປັນບັນດາບົດຮຽນໃນເລື່ອງຊຸກຍູ້ການພັດທະນາເສດຖະກິດສັງຄົມ ແລະ ເພີ່ມທະວີການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ