ຫວຽດນາມນັບມື້ນັບເຊື່ອມໂຍງເຂົ້າກັບເສດຖະກິດໂລກ

                                                          
ຫວຽດນາມນັບມື້ນັບເຊື່ອມໂຍງເຂົ້າກັບເສດຖະກິດໂລກ - ảnh 1
ທ່ານ ຫງວຽນ​ຈູງ​ແທງເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ປະ​ຈຳ ສ​ປຊ
photo:baotintuc.vn

(vovworld)- ​ວັນ​ທີ 3/10, ທີ່​ເວ​ທີ​ປາ​ໄສ​ເປີດ​ປີ 2014 ຖືກ​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ ອົງ​ການ​ການ​ຄ້າ​ໂລກ(WTO), ທ່ານ ຫງວຽນ​ຈູງ​ແທງ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ປະ​ຈຳ ສ​ປຊ, WTO ແລະ ບັນ​ດາ​ອົງ​ການ​ສາ​ກົນ​ອື່ນ ຢູ່ ເຊີ​ແນວ ປະ​ເທດ ສະ​ວິດ ໄດ້​ມີ​ບົດບັນ​ລະ​ຍາຍ​ກ່ຽວ​ກັບ​ສະ​ພາບ​ການ​ພັ​ັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຫວຽດ​ນ​າມ ໃນ​ກາ​ນ​ຄ້າ​ສາ​ກົນ, ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ. ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ຫງວຽນ​ຈູງ​ແທງ ເນັ້ນ​ຫນັກ​ເຖິງ​ບົດ​ບາດ​ຂອງ​ການ​ຄ້າ​ສາ​ກົນ​ໃນ​ຜົນ​ສຳ​ເລັດ​ຂອງ​ເສດ​ຖະ​ກິດ​ຫວຽດ​ນາມ​ ໃນ​ຊຸມ​ປີມໍ່ໆ​ມານີ້. ພາ​ຍ​ຫລັງ 15 ປີ ແຫ່ງວັນ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ກາ​ນ​ຄ້າ​ໂລກ, ຍອດ​ວົງ​ເງິນ​ການ​ຄ້າ​ຂອງ​ຫວຽດ​ນາມ ເພີ່ມ​ຂຶ້ນ 10 ເທົ່າ. ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ຂະ​ຫຍັນ​ຂັນ​ເຄື່ອນກວ່າ​ໝູ່​ຢູ່ ອາ​ຊີ, ມີ​ແຫລ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ອຸ​ດົມ​ສົມ​ບູນ. ລັດ​ຖະ​ບານ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ໝາຍ​ສືບ​ຕໍ່​ປະ​ຕິ​ຮູບ​ເສດ​ຖະ​ກິດ, ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສ້​າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສັງ​ຄົມ​ໃນ​ນະ​ໂຍ​ບາຍ​ເສດ​ຖະ​ກິດ ແລະ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ປອດ​ໄພ​ ແລະ ລາຍ​ຈ່າຍ​ຕ່ຳ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ.

 

 

 

ຂ່າວ/ບົດ​ອື່ນ