ຫວຽດນາມປາດຖະໜາວ່າບັນດານັກລົງທຶນຕ່າງປະເທດແບ່ງປັນບົດຮຽນໃນການກໍ່ສ້າງບັນດາເຂດເສດຖະກິດພິເສດ

ຫວຽດນາມປາດຖະໜາວ່າບັນດານັກລົງທຶນຕ່າງປະເທດແບ່ງປັນບົດຮຽນໃນການກໍ່ສ້າງບັນດາເຂດເສດຖະກິດພິເສດ - ảnh 1
ເຂດ​ເສດ​ຖະ​ກິດ​ພິ​ເສດ ບັກ​ເວີນ​ຟອງ
(ພາບ​ປະ​ກອບ)

(vovworld) – ​​ຕອນ​ບ່າຍ​ວັນ​ທີ 9/2, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ແລະ ການ​ນຳ​ແຂວງ ແຄ໋ງ​ຮ່​ວາ ກ່ຽວ​ກັບ​ການ​ສ້າງ​ແຜນ​ຮ່າງ, ​ຮຽກ​ຮ້ອງ​ການ​ລົງ​ທຶນ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ ບັກ​ເວີນ​ຟອງ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຢັ້ງ​ຢືນ​ວ່າ: ລັດ​ຖະ​ທຳ​ມະ​ນູນ ສ​ສ ຫວຽດ​ນາມ ໄດ້​ກຳ​ນົດ​ກ່ຽວ​ກັບ​ເຂດ​ເສດ​ຖະ​ກິດ​ພິ​ເສດ - ແມ່ນ​ຫົວ​ໜ່ວຍ​ບໍ​ລິ​ຫານ​ເສດ​ຖະ​ກິດ​ພິ​ເສດ. ປະ​ຈຸ​ບັນ, ຫວຽດ​ນາມ ພວມ​ມີ​ແຜນ​ນະ​ໂຍ​ບາຍກໍ່​ສ້າງ 3 ເຂດ​ເສດ​ຖະ​ກິດ​ພິ​ເສດ​ຢູ່ 3 ພາກ, ໃນ​ນັ້ນ​ມີ​ເຂດ​ເສດ​ຖະ​ກິດ​ພິ​ເສດ ບັກ​ເວີນ​ຟອງ (ແຂວງ ແຄ໋ງ​ຮ່​ວາ). ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊີ້​ແຈ້ງວ່າ: ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ແລະ ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ທຳ​ມາ​ຫາ​ກິນ, ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢູ່ ຫວຽດ​ນາມ, ພ້ອມ​ທັງ​ປາດ​ຖະ​ໜາວ່າ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ຈະ​ແບ່ງ​ປ​ັນ​ບົດ​ຮຽນ​ກັບ ຫວຽດ​ນາມ ໃນ​ການກໍ່​ສ້າງ​ບັນ​ດາ​ເຂດ​ເສດ​ຖະ​ກິດ​ພິ​ເສດ.

          ທ່ານ​ John Burton, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ireland, ຫົວ​ໜ້າ​ຄະ​ນະ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ຢັ້ງ​ຢືນ​ຈະ​ສືບ​ຕໍ່​ແລກ​ປ່ຽນ ແລະ ແບ່ງ​ປັນ​ກັບ ຫວຽດ​ນາມ ບັນ​ດາ​ບົດ​ຮຽນ​ໃນ​ການກໍ່​ສ້າ​ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃຫ​້​ຄຳ​ໝັ້ນ​ສັ​ນ​ຍາ​ພ້ອມ​ກັບ​ແຂວງ ແຄ໋ງ​ຮ່​ວາ ສຸມ​ໃສ່​ຄົ້ນ​ຄ້​ວາ ແລະ ກໍ່​ສ້າງ​ແຜນ​ຮ່າງ​ເຂດ​ເສດ​ຖະ​ກິດ​ບັກ​ເວີນ​ຟອງ.


ຂ່າວ/ບົດ​ອື່ນ