ຫວຽດນາມມີຄວາມຫວັງໃຫ້ບັນດາຄອບຄົວຜູ້ຮັບເຄາະຮ້າຍຈາກເຫດວາງລະເບີດຢູ່ລີບັງ ກັບຄືນສູ່ການດຳລົງຊີວິດເປັນປົກກະຕິ

(VOVWORLD) -ຫວຽດນາມມີຄວາມໂສກເສົ້າເສຍດາຍເມື່ອໄດ້ຮັບຂ່າວກ່ຽວກັບເຫດລະເບີດທີ່ເກີດຂຶ້ນຢູ່ໄບຣຸດ ປະເທດລີບັງເມຶ່ອວັນທີ 4 ສິງຫາ ອັນໄດ້ໃຫ້ມີຜູ້ເສຍຊີວິດຫຼາຍຄົນ ແລະ ນັບພັນຄົນໄດ້ຮັບບາດເຈັບ
ຫວຽດນາມມີຄວາມຫວັງໃຫ້ບັນດາຄອບຄົວຜູ້ຮັບເຄາະຮ້າຍຈາກເຫດວາງລະເບີດຢູ່ລີບັງ ກັບຄືນສູ່ການດຳລົງຊີວິດເປັນປົກກະຕິ - ảnh 1ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ 

ວັນທີ 5 ສິງຫາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງໃຫ້ຮູ້ວ່າ : ຫວຽດນາມມີຄວາມໂສກເສົ້າເສຍດາຍເມື່ອໄດ້ຮັບຂ່າວກ່ຽວກັບເຫດລະເບີດທີ່ເກີດຂຶ້ນຢູ່ໄບຣຸດ ປະເທດລີບັງເມຶ່ອວັນທີ 4 ສິງຫາ ອັນໄດ້ໃຫ້ມີຜູ້ເສຍຊີວິດຫຼາຍຄົນ ແລະ ນັບພັນຄົນໄດ້ຮັບບາດເຈັບ. ຫວຽດນາມຂໍສົ່ງຄຳແບ່ງເບົາຄວາມເສົ້າສະລົດໃຈມາຍັງລັດ, ລັດຖະບານ ແລະ ປະຊາຊົນລີບັງ ພ້ອມດ້ວຍ ບັນດາຄອບຄົວຜູ້ຮັບເຄາະຮ້າຍຈາກເຫດວາງລະເບີດ. ຫວຽດນາມຫວັງວາ່ ລັດ, ລັດຖະບານ ແລະ ປະຊາຊົນລີບັງ ພ້ອມດ້ວຍ ບັນດາຄອບຄົວຜູ້ຮັບເຄາະຮ້າຍຈາກເຫດວາງລະເບີດ ຈະຜ່ານຜ່າຄວາມເຈັບປວດ, ຄວາມສູນເສຍເພື່ອ ກັບຄືນສູ່ການດຳລົງຊີວິດເປັນປົກກະຕິ ໂດຍໄວ. 

ຕອບກັບ

ຂ່າວ/ບົດ​ອື່ນ