ຫວຽດນາມສະເໜີໃຫ້ ໄທສ້າງເງື່ອນໄຂສະດວກ ໃຫ້ແກ່ການເຂົ້າອອກ ເມືອງຂອງພົນລະເມືອງ 2 ປະເທດ


ຫວຽດນາມສະເໜີໃຫ້ ໄທສ້າງເງື່ອນໄຂສະດວກ ໃຫ້ແກ່ການເຂົ້າອອກ ເມືອງຂອງພົນລະເມືອງ 2 ປະເທດ - ảnh 1

(ພາບປະກອບ: http://dantri.com.vn)

(vovworld)- ຕໍ່ໜ້າ​ຂ່າວ​ທີ່​ວ່າ: ເຈົ້າໜ້າ​ທີ່ໄທ ​ຮຽກຮ້ອງ​ແຂກ​ທ່ອງ​ທ່ຽວ​ຫວຽດນາມ ຕ້ອງສະ​ແດງ​ເງິນສົດ​ເມື່ອ​ເຮັດ​ລະບຽບ​ການ​ເຂົ້າ​ເມືອງ, ຕອນບ່າຍ​ວັນ​ທີ 7/5, ຜູ້ຕາງໜ້າ​ກົມ​ກົງ​ສູນ ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ມອບ​ຈົດໝາຍ​ທາງ​ການ​ໃຫ້​ແກ່​ສະຖານທູດ​ໄທ ປະຈຳ​ຮ່າ​ໂນ້ຍ ຊື່​ງ​ເນັ້ນໜັກ​ວ່າ: ​ເລື່ອງ​ຝ່າຍ​ໄທ ບໍ່​ແຈ້ງ​ຂໍ້​ກຳນົດ​ດັ່ງ​ກ່າວໃຫ້​ຫວຽດນາມ ກ່ອນ​ ​ແລະ ​ເລື່ອງ​ຫວຽດນາມ ​ແມ່ນ​ສະມາຊິກ​ດຽວ​ໃນ​ອາ​ຊຽນ ຖືກ​ນຳ​ໃຊ້​ຂໍ້​ກຳນົດ​ນີ້​ແມ່ນບໍ່​ເໝາະ​ສົມ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຮ່ວມ​ມື​ໃນ​ອາ​ຊຽນ ກໍ່​ຄື​ກັບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ. ກົມ​ກົງ​ສູນ ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຮຽກຮ້ອງ​ໃຫ້​ຝ່າຍ​ໄທ ຈົ່ງ​ຢຸດຕິ​ການ​ກະທຳ​ທີ່​ຂາດ​ເຈດ​ຕະນາ​ດີ​ສຳລັບ​ພົນ​ລະ​ເມືອງ​ຫວຽດນາມ ​ແລະ ສະ​ເໜີ​ຕ້ອງ​ສືບ​ຕໍ່​ສ້າງ​ເງື່ອ​ນໄຂ​ສະດວກ​ໃຫ້​ແກ່​ການ​ເຂົ້າອອກ​ເມືອງ​ຂອງ​ພົນລະ​ເມືອງ​ສອງ​ປະ​ເທດ./.

ຂ່າວ/ບົດ​ອື່ນ