ຫວຽດນາມສາມາດສົ່ງວັກຊີນອອກສູ່ໂລກໄດ້
ການຜະລິດວັກຊີນຢູ່ຫວຽດນາມ
ພາບ:baodatviet.vn
|
(vovworld)- ວັນທີ 22/6, ກະຊວງສາທາລະນະສຸກ ຈະຈັດຕັ້ງພິທີຢັ້ງຢືນລະບົບຄຸ້ມຄອງວັກຊີນແຫ່ງຊາດຂອງຫວຽດນາມ ບັນລຸມາດຕະຖານສາກົນ ຂອງອົງການອະນາໄມໂລກ (WHO). ດ້ວຍການຢັ້ງຢືນດັ່ງກ່າວ, ຫວຽດນາມ ພວມມີກາລະໂອກາດໃຫຍ່ເພື່ອພັດທະນາຂະແຫນງອຸດສາຫະກຳ ວັກຊີນ. ຕາມທ່ານ ເຈືອງກວກເກື່ອງ, ຫົວຫນ້າກົມຄຸ້ມຄອງການຢາ ຫວຽດນາມແລ້ວ, ເພື່ອບັນລຸໄດ້ຜົນງານດັ່ງກ່າວ, ຫວຽດນາມ ໄດ້ກະກຽມໃນໄລຍະຍາວ ແລະ ເພື່ອປະກັນບັນດາຜະລິດຕະພັນວັກຊີນ ມີຄຸນນະພາບສູງ ແລະ ປອດໄພ, ຫວຽດນາມ ໄດ້ຜັນຂະຫຍາຍບັນດາເນື້ອໃນຢ່າງຄົບຊຸດ ຕາມເຄື່ອງມືມາດຕະຖານຕີລາຄາກຳລັງຄວາມສາມາດຂອງອົງການຄຸ້ມຄອງວັກຊີນ ແຫ່ງຊາດຂອງອົງການອະນາໄມໂລກ.