ຫວຽດນາມຫວັງເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບເມັກຊິກໂກ

(VOVWORLD) -ທ່ານປະທານປະເທດຫວຽດນາມເຈິນດ້າຍກວາງ ຢືນຢັນວ່າ ຫວຽດນາມຖືເປັນສຳຄັນ ແລະ ຫວັງສືບຕໍ່ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບເມັກຊິກໂກທັງຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ
ຫວຽດນາມຫວັງເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບເມັກຊິກໂກ - ảnh 1ທ່ານປະທານປະເທດຫວຽດນາມເຈິນດ້າຍກວາງ ແລະ  ອະດີດປະທານາທິບໍດີ ເມັກຊິກໂກ Carlos Salinmas de Gortari

ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ,  ໃນການຕ້ອນຮັບອະດີດປະທານາທິບໍດີ ເມັກຊິກໂກ Carlos Salinmas de Gortari ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມນັ້ນ, ທ່ານປະທານປະເທດຫວຽດນາມເຈິນດ້າຍກວາງ ຢືນຢັນວ່າ ຫວຽດນາມຖືເປັນສຳຄັນ ແລະ ຫວັງສືບຕໍ່ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບເມັກຊິກໂກທັງຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ. ທ່ານປະທານປະເທດຫວຽດນາມເຈິນດ້າຍກວາງ ສະເໜີ 2 ປະເທດຈົ່ງຊຸກຍູ້ການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຜັນຂະຫຍາຍການເຄື່ອນໄຫວເປັນປະຈຳຂອງຄະນະກຳມາທິການປະສົມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແນໃສ່ເປັນເອກະພາບໃນບັນດາຂົງເຂດ, ແບບວິທີການຮ່ວມມື 2 ຝ່າຍ.

    ສ່ວນອະດີດປະທານາທິບໍດີ ເມັກຊິກໂກ Carlos Salinmas de Gortari ສະແດງຄວາມເຊື້ອໝັ້ນຕໍ່ສາຍພົວພັນລະຫວ່າງ 2 ປະເທດ ຈະນັບມື້ນັບພັດທະນາ ພ້ອມທັງຢືນຢັນວ່າ ເມັກຊິກໂກຍາມໃດກໍເປັນເພື່ອນທີ່ສະໜິດຕິດພັນກັບຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ