ຫວຽດ​ນາມ​ຮຽກ​ຮ້ອງ​ຕ້ອງ​ສ້າງ​ຕັ້ງເວ​ທີ​ປາ​ໄສ​ທົ່ວ​ໂລກ​ເພື່ອ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ຊຸກ​ຍູ້​ເຕັກ​ໂນ​ໂລ​ຢີ​ສີ​ຂຽວ

(VOVWORLD) - ໃນລະຫວ່າງສອງວັນຄືວັນທີ 14 – 15 ຕຸລາ ຢູ່ສຳນັກງານ ສປຊ ທີ່ນະຄອນນິວຢອກ ອາເມລິກາ, ຄະນະກຳມະການກ່ຽວກັບບັນດາບັນຫາເສດຖະກິດ ແລະ ການເງິນຂອງ ສະມັດຊາໃຫຍ່ສປຊ ຊຸດທີ 77 ໄດ້ດຳເນີນວາລະປຶກສາຫາລືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ຊີວະນາໆພັນ.

ຫວຽດ​ນາມ​ຮຽກ​ຮ້ອງ​ຕ້ອງ​ສ້າງ​ຕັ້ງເວ​ທີ​ປາ​ໄສ​ທົ່ວ​ໂລກ​ເພື່ອ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ຊຸກ​ຍູ້​ເຕັກ​ໂນ​ໂລ​ຢີ​ສີ​ຂຽວ - ảnh 1ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

ທີ່ວາລະປຶກສາຫາລື, ບັນດາປະເທດໄດ້ສະແດງຄວາມວິຕົກກັງວົນຕໍ່ການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ ແລະ ເຮັດໃຫ້ຊີວະນາໆພັນອ່ອນໂຊມລົງ ເຊິ່ງກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ; ຮຽກຮ້ອງປະຊາຄົມສາກົນເພີ່ມທະວີການພົວພັນຄູ່ຮ່ວມມື, ໜູນຊ່ວຍບັນດາປະເທດພວມພັດທະນາຮັບມືກັບບັນດາສິ່ງທ້າທາຍກ່ຽວກັບດິນຟ້າອາກາດ ແລະ ສິ່ງແວດລ້ອມໃນວິວັດການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ໃນສະພາບການກ່ວາ 80%ລະດັບຄາດໝາຍກ່ຽວກັບການພັດທະນາແບບຍືນຍົງພວມໄດ້ປະຕິບັດຢ່າງຊັກຊ້າ, ບັນດາປະເທດຄວນມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາຢູ່ກອງປະຊຸມສຸດຍອດ SDG (2023) ແລະ ກອງປະຊຸມສຸດຍອດອະນາຄົດ (2024) ຢ່າງຄົບຖ້ວນ ເພື່ອນຳການຜັນຂະຫຍາຍໂຄງການດຳເນີນງານ 2030 ກັບຄືນສູ່ແຜນການທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ