ຫວຽດນາມເຂົ້າຮ່ວມງານຕະຫຼາດນັດເພື່ອການກຸສົນ “UN Bazaar 2015” ຢູ່ສະວິດ

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດເພື່ອການກຸສົນ “UN Bazaar 2015” ຢູ່ສະວິດ - ảnh 1
ຮ້ານ​ອາ​ຫານ​ການ​ກິນ​ຂອງ​ແມ່ນ​ຍິງ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ
(ພາບ: Vietnam+)


(vovworld) -​ ເຂົ້າ​ຮ່ວມ​ເຫດ​ການ​ງານຕະ​ຫຼ​າດ​ນັດ​ເພື່ອ​ການ​ກຸ​ສົນ “UN Bazaar 2015” ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊ​າດ, ທີ່​ເຊີ​ແນວ, ປະ​ເທດ​ສະ​ວິດ ໃນ​ວັນ​ທີ 24/11, ມີ​ບັນ​ດາ​ຄະ​ນະ​ຜູ້​ແທນ​ທີ່​ມາ​ຈາກ 60 ປະ​ເທດ, ໃນ​ນັ້ນ​ມີ​ຄະ​ນະ​ຜູ້​ຕ່າງ​ໜ້າ​ຫວຽດ​ນາມ ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ, ອົງ​ການ​ການ​ຄ້າ​ສາ​ກົນ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕ່າງໆ​ຢູ່​ເຊີ​ແນວ. ໃນ​ງານ​ຕະ​ຫຼາດ​ນັດ​ຄັ້ງ​ນີ້, ຮ້ານ​ອາ​ຫານ​ການ​ກິນ​ຂອງ​ແມ່ນ​ຍິງ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ​ໄດ້ດຶງ​ດູດ​ ​ເພື່ອນ​ມິດ​ສາ​ກົນ​​ມາ​ຊົມ ແລະ ຊີບ​ລົດ​ຊາດ​ພິ​ເສດ​ຂອງບັນ​ດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ ເປັນ​ຈຳ​ນວນ​ຫຼາຍ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ໂຄ​ສະ​ນາ​​ກ່ຽວ​ກັບ​ວິ​ທີ​ການ​ປຸງ​ແຕ່ງ​ບັນ​ດາ​ເຍື່ອ​ນ​ອາ​ຫານ​ພິ​ເສດ​ຂອງ​ຫວຽດ​ນາມ ເຖິງ​ເພື່ອນ​ມິດ​ສາ​ກົນ ແລະ ປະ​ກອບ​ສ່ວນ​ເຂົ້າກ​ານ​ສ້າງ​ກອງ​ທຶນ​​ເພື່ອ​ເດັກ​ທຸກ​ຍາກ​ຂອງ​ສະ​ມາ​ຄົມ​ແມ່​ຍິງ​ສະ​ຫະ​ປະ​ຊາ​ຊາດ.

ຂ່າວ/ບົດ​ອື່ນ