ຫວຽດນາມແລະວານົວຕູເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມແລະວານົວຕູເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີ້ນ​ຢູ້ງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ. ວາ​ນົວ​ຕູ Joe Natuman (ຊ້າຍ)
(ພາບ: Đức Tám/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 6/10, ທີ່​ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີ້ນ​ຢູ້ງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ. ວາ​ນົວ​ຕູ Joe Natuman, ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຄວນ​ຍູ້​ແຮງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ ແລະ ​ຂັ້ນ​ຕ່າງໆ, ພ້ອມ​ທັງ​ສົ່​ງ​ເສີມ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Joe Natuman ຕີ​ລາ​ຄາ​ສູງ​ເລື່ອງ ຫວຽດ​ນາມ ​ພ້ອມ​ແລ​້ວ​ຈະ​ແບ່ງ​ປັນ​ບົດ​ຮຽນ​ໃນ​ບັນ​ດາ​ຂົງ​ເຂດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ພັດ​ທະ​ນາ, ຢັ້ງ​ຢ​ືນ ວາ​ນົວ​ຕູ ປາດ​ຖະ​ໜາ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ພ້ອມ​ກັບ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຄື: ຜະ​ລິດ​ຕະ​ພັນ​ກະ​ເສດ - ເຄື່ອງ​ປ່າ​ຂອງ​ດົງ  - ສິນ​ໃນ​ນ້ຳ, ຂຸດ​ຄົ້ນ​ແ​ຮ່​ທາດ, ພ້ອມ​ທັງ​ມີ​ບັນ​ດາ​ມາດ​ຕະ​ການ​ສົ່ງ​ເສີມ​ການ​ຊ​ຸກ​ຍູ້​ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ 2 ປະ​ເທດ. ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນ, ການ​ນຳ 2 ທ່ານ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສືບ​ຕ​ໍ່​ສົມ​ທົບ​ກັນ​ຢູ່​ບັນ​ດາ​ກົນ​ໄກ​ຮ່ວມ​ມືຫຼາຍ​ຝ່າຍເຊິ່ງ​ທັງ 2 ຝ່າຍ​ພ້ອມ​ກັນ​ເຂົ້າ​ຮ່ວມ, ພິ​ເສດ​ແມ່ນ ສ​ປ​ຊ, ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ ແລະ ປະ​ຊາ​ຄົມ​ໃຊ້​ພາ​ສາ​ ຝ​ຣັ່ງ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ​ ແລະ ຢູ່​ໃນ​ໂລກ.

        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ວາ​ນົວ​ຕູ ຢືນ​​ຢັນສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ຂອງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ມາ​ດ​ຕະ​ການ​ສັນ​ຕິ​ພາບ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ ມີ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະ​ຕິ​ບັດຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ຢ່າງ​ເຂັ້ມ​ງວດ ແລະ ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.


ຂ່າວ/ບົດ​ອື່ນ