ທ່ານເລືອງແທງງີ້, ເອກອັກຄະລັດຖະທູດຫວຽດນາມ
ປະຈຳອົດສະຕາລີ
ພາບ:TTXVN
|
(vovworld)-ເມື່ອແລກປ່ຽນກັບນັກຂ່າວຂ່າວສານຫວຽດນາມຢູ່ Sydney, ທ່ານເລືອງແທງງີ້, ເອກອັກຄະລັດຖະທູດຫວຽດນາມ ປະຈຳອົດສະຕາລີ ໄດ້ຢືນຢັນຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຍັງໃຫຍ່ຫລວງຢູ່ ແລະ ສອງຝ່າຍຄວນມານະພະຍາຍາມເຮັດໃຫ້ເນື້ອແທ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ເລິກເຊິ່ງກວ່າ. ຕາມທ່ານ ເລືອງແທງງີ້ ແລ້ວ, ສອງຝ່າຍຄວນຕິດຕາມກວດກາເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ແກ່ວິສາຫະກິດສອງປະເທດຢ່າງສະດວກສະບາຍກວ່າ ພ້ອມທັງຍົກເລິກຫລືຫລຸດຜ່ອນຮົ້ວກີດຂວາງດ້ານການຄ້າເພື່ອໃຫ້ສິນຄ້າສອງປະເທດແຊກຊືມເຂົ້າຕະຫລາດຂອງກັນໄດ້. ກ່ຽວກັບບັນຫາສິດທິມະນຸດ, ຫວຽດນາມ ແລະ ອົດສະຕາລີ ຍັງມີຄວາມແຕກຕ່າງກັນ ແຕ່ດ້ວຍແຜນນະໂຍບາຍການເຈລະຈາຢ່າງກົງໄປກົງມາ, ສ້າງສັນ ກັບບັນດາຄູ່ຮ່ວມມື, ໃນໄລຍະຜ່ານມາ, ສອງປະເທດ ໄດ້ດຳເນີນການເຈລະຈາກ່ຽວກັບບັນຫານີ້ 11 ຄັ້ງ, ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາການພົວພັນສອງຝ່າຍ. ທ່ານເອກອັກຄະລັດຖະທູດ ເລືອງແທງງີ້ ໄດ້ຮຽກຮ້ອງໃຫ້ບັນດານັກການເມືອງ, ນັກຄົ້ນຄ້ວາຂອງອົດສະຕາລີ ຈົ່ງມາຫວຽດນາມ ເພື່ອເຫັນປະຈັກຕາການພັດທະນາທຸກດ້ານຂອງຫວຽດນາມ ແລະ ຊອກຮູ້ສະພາບສິດທິມະນຸດຢູ່ຫວຽດນາມ.