ທ່ານນາງລັດຖະມົນຕີວ່າການກະຊວງພາຍໃນ ອາເມລິກາ Sally Jewell ທີ່ການປະຊຸມຂ່າວ
(ພາບ: dantri.com.vn)
|
(vovworld) – ກ່າວຄຳເຫັນທີ່ການພົບປະກັບສື່ມວນຊົນ ຫວຽດນາມ ໃນຕອນບ່າຍວັນທີ 30/6, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 29/6 – 1/7/2015, ທ່ານນາງລັດຖະມົນຕີວ່າການກະຊວງພາຍໃນ ອາເມລິກາ Sally Jewell ໃຫ້ຮູ້ວ່າ: ການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ເພື່ອແນໃສ່ປຶກສາຫາລືກ່ຽວກັບວິທີການ ອາເມລິກາ ແລະ ຫວຽດນາມ ອາດສາມາດເຮັດວຽກນຳກັນເພື່ອຕ້ານຄືນການຄ້າຂາຍສັດປ່າຢ່າງຜິດກົດໝາຍ. ຕາມທ່ານນາງ Sally Jewell ແລ້ວ, ໄພຄ້າຂາຍສັດປ່ານັບມື້ນັບເພີ່ມຂຶ້ນໃນໂລກ. ເມື່ອເນັ້ນໜັກເຖິງບົດບາດຂອງ 2 ປະເທດໃນການປະກອບສ່ວນໃຫ້ຢຸດຕິການຄ້າຂາຍສັດປ່າຢ່າງຜິດກົດໝາຍນັ້ນ, ທ່ານນາງ Sally Jewell ໃຫ້ຂໍ້ສັງເກດວ່າ: ນາຍົກລັດຖະມົນຕີ ຫວຽດນາມ ໄດ້ປະກາດໃຊ້ຄຳສັ່ງກ່ຽວກັບການປ້ອງກັນ, ຕ້ານການຄ້າຂາຍສັດປ່າ. ໃນການເຮັດວຽກຄັ້ງຕ່າງໆ, ບັນດາເຈົ້າໜ້າທີ່ ຫວຽດນາມ ສະແດງການສະໜັບສະໜູນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານການຄ້າຂາຍເຖື່ອນສັດປ່າ.