ອັດກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກຮົບເກົ່າທົ່ວປະເທດຊຸດທີ 5

ອັດກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກຮົບເກົ່າທົ່ວປະເທດຊຸດທີ 5 - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະມາຄົມ​ນັກຮົບ​ເກົ່າ​ທົ່ວ​ປະ​ເທດ​ຊຸດ​ທີ 5
(ພາບ: daibieunhandan.vn)

(vovworld) - ພາຍຫຼັງ 3 ມື້ ​ແຫ່ງ​ການ​ເຮັດ​ວຽກ, ວັນ​ທີ 20/12, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະມາຄົມ​ນັກຮົບ​ເກົ່າ​ທົ່ວ​ປະ​ເທດ​ຊຸດ​ທີ 5 ​ໄດ້​ອັດ​ລົງ ​ແລະ ສະ​​ເໜີ​ຄະນະ​ບໍລິຫານ​ງານ​ສູນ​ກາງ ສະມາຄົມ​ນັກຮົບ​ເກົ່າ​ທົ່ວ​ປະ​ເທດ​ຊຸດ​ທີ 5, ລວມມີ​ສະມາຊິກ 99 ທ່ານ, ​ແລະ ຄະນະ​ປະຈຳ​ສູນ​ກາງ​ສະມາຄົມ​ລວມມີ 23 ທ່ານ. ທ່ານ​ພົນ​ໂທ ຫງວຽນ​ວັນ​ເດືອ​ກ, ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ, ອະດີດຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ອາຍຸ​ການ 2012-2017. ກອງ​ປະຊຸມ​ໃຫຍ່​ ​ໄດ້​ຮັບຮອງ​ເອົາ​ທິດ​ທາງ, ໜ້າ​ທີ່​ຊຸດ​ທີ 5  ດ້ວຍ 8 ຄາດໝາຍ​ຕົ້ນ​ຕໍ່. ປະທານ ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ຊຸດ​ທີ 5, ທ່ານ​ພົນ​ໂທ ຫງວຽນ​ວັນ​ເດືອ​ກ ກ່າວ​ວ່າ:

”ຂ້າພ​ະເຈົ້າຄິດ​ວ່າ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ສ້າງ​ຄວາມ​ສາມັກຄີ​ຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ຂັ້ນ​ຮາກ​ຖານ ​ເພື່ອ​ສົມທົບ​ກັບ​ກຳລັງ​ອື່ນໆ, ​ເປັນ​ເສນາ​ທິການ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂົນຂວາຍ​ນັກຮົບ​ເກົ່າ, ບັນດາ​ສະມາຊິກ​ກໍ່ສ້າງ​ສະມາຄົມ​ຂອງ​ຕົນ​​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​ ​ເຊິ່ງກອງ​ປະຊຸມ​ໃຫຍ່​ໄດ້​ວາງ​ອອກ, ​ເຂົ້າ​ຮ່ວມ​ຂະ​ບວນການ​ຕ່າງໆ​ຂອງ​ທົ່ວ​ປະ​ເທດ ​ເພື່ອ​ຫຼົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ທ້ອງ​ຖີ່​ນ, ສົມເປັນ​ບ່ອນ​ອີງ​ຂອງ​ພັກ ​ແລະ ຂອງ​ປະຊາຊົນ”

ຂ່າວ/ບົດ​ອື່ນ