(vovworld) – ວັນທີ 21/04, ຢູ່ຮ່າໂນ້ຍ, ພາຍຫຼັງເຄື່ອນໄຫວຢ່າງຟົດຟື້ນເປັນເວລາ 4 ວັນ, ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ ປີ 2013 (VITM 2013) ໄດ້ອັດລົງ. ງານຕະຫຼາດນັດ VITM 2013 ມີຫົວຂໍ້ວ່າ “ຂຸດຄົ້ນເຂດທົ່ງພຽງແມ່ນ້ຳແດງ - ກົກເຄົ້າເຫງົ້າກໍຂອງວັດທະນະທຳຫວຽດນາມ”, ອັນໄດ້ປະກອບສ່ວນຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2013 ເຂດທົ່ງພຽງແມ່ນ້ຳແດງ - ຫາຍຟ່ອງ. ຜົນສຳເລັດທີ່ພົ້ນເດັ່ນຂອງ VITM ຄັ້ງນີ້ນັ້ນແມ່ນ ເປັນຄັ້ງທຳອິດທີ່ບັນດາວິສາຫະກິດເຂົ້າຮ່ວມການຂາຍລາຍການທ່ອງທ່ຽວໂດຍກົງໃຫ້ແກ່ແຂກທ່ຽວທ່ຽວ ແລະ ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າ. ບັນດາບໍລິສັດທ່ອງທ່ຽວຂາຍໄດ້ກວ່າ 6.000 ລາຍການທ່ອງທ່ຽວໃຫ້ແກ່ນັກທ່ອງທ່ຽວ; ບັນດາບໍລິສັດການບິນຂາຍປີ້ດ້ວຍລາຄາຖືກ ໄດ້ປະມານ 8.000 ປີ້. VITM ຈະໄດ້ຈັດຕັ້ງຂຶ້ນໃນເດືອນ 4 ທຸໆປີຢູ່ຮ່າໂນ້ຍ, ອັນໄດ້ປະກອບສ່ວນສ້າງເຄື່ອງໝາຍການຄ້າທີ່ໝັ້ນຄົງ, ເຂັ້ມແຂງໃຫ້ແກ່ການທ່ອງທ່ຽວຫວຽດນາມ.