ອິດສະຣາແອນເລີ່ມຕົ້ນເປີດປະຕູພື້ນຖານເສດຖະກິດຄືນໃຫມ່
(VOVWORLD) -ເລື່ອງຜ່ອນຜັນບັນດາມາດຕະການຈຳກັດ ແມ່ນນອນໃນແຜນການຂອງລັດຖະບານ ອິດສະຣາແອນ ເປີດປະຕູພື້ນຖານເສດຖະກິດດ້ວຍຂອບຂະຫນາດກວ້າງຂວາງກວ່າໃນເດືອນຫນ້າ
ພາລະກອນການແພດ ສັກວັນຊີນ ກັນໂຄວິດ 19 ໃຫ້ປະຊາຊົນ ອິດສະຣາແອນ
ພາບ:AFP/TTXVN
|
ວັນທີ 21 ກຸມພາ ອິດສະຣາແອນ ເປີດປະຕູການເຄື່ອນໄຫວເສດຖະກິດຄືນໃຫມ່ ເມື່ອ ຈຳນວນ 50% ພົນລະເມືອງຂອງປະເທດນີ້ໄດ້ສັກວັນຊີນ ກັນໂຄວິດ 19. ບັນດາຮ້ານຄ້າໄດ້ເປີດປະຕູຕ້ອນຮັບລູກຄ້າ ໃນຂະນະນັ້ນ ບັນດາສະຖານທີ່ບັນເທິງ ໂຮງລະຄອນ ພຽງອະນຸຍາດໃຫ້ຜູ້ໄດ້ສັກວັນຊີນກັນໂຄວິດ 19 ຫລື ຜູ້ໄດ້ຮັບການປິ່ນປົວຫາຍດີເຂົ້າ. ເຖິງຢ່າງໃດກໍຕາມ ບັນດາມາດຕະການແຍກຫ່າງສັງຄົມ ຍັງມີຜົນສັກສິດຢູ່.
ເລື່ອງຜ່ອນຜັນບັນດາມາດຕະການຈຳກັດນີ້ແມ່ນນອນໃນແຜນການຂອງລັດຖະບານ ອິດສະຣາແອນ ເປີດປະຕູພື້ນຖານເສດຖະກິດດ້ວຍຂອບຂະຫນາດກວ້າງຂວາງກວ່າໃນເດືອນຫນ້າ.